ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ປີ 2024 ແຂວງ​ຜົ້ງ​ສາລີ​ ມີ​ຜົນສຳເລັດ​ໃນ​ຫຼາຍ​ດ້ານ
ເວລາອອກຂ່າວ: 2025-01-14 09:14:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ປີ 2024 ເປັນ​ປີ​ທີ 4 ແຫ່ງ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ອົງຄະ​ນະ​ພັກ​ແຂວງ​ຜົ້ງ​ສາລີ ກໍ​ຄື​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ 5 ປີ ຄັ້ງ​ທີ IX (2021-2025) ເຂົ້າ​ສູ່​ຊີວິດ​ຕົວ​ຈິງ ສຸມ​ໃສ່​ແກ້​ໄຂ 8 ບັນຫາ​ຕົ້ນຕໍ​ທີ່​ແຂວງ​ພົບພໍ້​ຜ່ານ​ມາ ແລະ ພວມ​ປະ​ເຊີນ​ຢູ່​ໃນ​ປັດຈຸບັນ. ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ ຂອງ​ທ່ານ ຄຳ​ຜອຍ ວັນນະ​ສານ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ​ເຈົ້າແຂວງ​ ແຂວງຜົ້ງ​ສາລີ ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ IX ຂອງ​ແຂວງ ໃນ​ນີ້ ມີ​ບັນດາ​ຄາດໝາຍ​ໄດ້​ບັນລຸ ແລະ ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ວຽກ​ງານ ໂດຍ​ມອບ​ໝາຍ​ໃຫ້​ບັນດາ​ທ່ານ​ຮອງ​ເຈົ້າແຂວງ​ຊີ້​ນຳ​ແຕ່​ລະ​ຂົງເຂດ​ວຽກ​ງານ ເປັນ​ຜູ້​ຕິດຕາມ​ຊຸກຍູ້​ຊ່ວຍ​ໃນ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ: ຜ່ານ​ການຈັດຕັ້ງ​ປະຕິບັດ​ໃນ​ປີ 2024 ມີ​ຜົນສຳເລັດ​ໃນ​ຫຼາຍ​ດ້ານ ແລະ ບາງ​ດ້ານ​ກໍ​ບັນລຸ​ລື່ນ​ແຜນ ເຖິງ​ວ່າ​ສະພາບ​ແວດ​ລ້ອມ​ສາກົນ, ພາກ​ພື້ນມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບ​ຊ້ອນ ເຊິ່ງ​ໄດ້​ສົ່ງ​ຜົນ​ສະທ້ອນ​ໂດຍ​ທາງ​ກົງ ແລະ ທາງ​ອ້ອມ​ຕໍ່​ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ ແລະ ກໍ່ສ້າງ​ລະບອບ​ປະຊາທິປະໄຕ​ປະຊາຊົນ ຕາມ​ຈຸດໝາຍ​ສັງຄົມ​ນິຍົມ ກໍ​ຄື​ການ​ສ້າງສາ​ພັດທະນາ​ແຂວງ​ຜົ້ງ​ສາລີ; ແຕ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສູນ​ກາງ​ພັກ, ລັດຖະບານ ກໍ​ຄື​ການ​ເອົາໃຈໃສ່​ນຳພາ-ຊີ້​ນຳ​ຂອງ​ຄະນະ​ພັກ-ອົງການ​ປົກຄອງ​ແຕ່​ລະ​ຂັ້ນ​ພາຍ​ໃນ​ແຂວງ, ດ້ວຍ​ຄວາມ​ສາມັກຄີ​ປອງ​ດອງ​ຂອງ​ປະຊາຊົນ​ບັນດາເຜົ່າ ແລະ ການ​ສະໜັບສະໜູນ​ຈາກ​ພາຍ​ນອກ ໄດ້​ເຮັດ​ໃຫ້​ທົ່ວ​ແຂວງ​ສືບຕໍ່​ມີ​ຄວາມ​ສະຖຽນ​ລະ​ພາບ​ການເມືອງ​ຢ່າງ​ ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ສະຫງົບ ມີ​ຄວາມ​ປອດ​ໄພ​ໂດຍ​ພື້ນຖານ; ພື້ນຖານ​ໂຄງ​ລ່າງ​ທີ່​ຈຳເປັນ​ຮັບ​ໃຊ້​ແກ່​ການ​ພັດທະນາ, ການ​ດຳລົງ​ຊີວິດ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາເຜົ່າ ເປັນຕົ້ນ​ແມ່ນ​ເສັ້ນ ທາງ​ເຂົ້າ​ຫາ​ບ້ານ, ເຂົ້າ​ຫາ​ເຂດ​ຜະລິດ, ລະບົບ​ຕາ​ຂ່າຍ​ໄຟຟ້າ ແລະ ລະບົບ​ນ້ຳ​ດື່ມ, ນ້ຳ​ໃຊ້; ໂຄງ​ລ່າງ​ດ້ານ​ໂຮງຮຽນ, ໂຮງໝໍ ແລະ ການ​ບໍລິຫານ, ການ​ບໍລິການ​ຮັບ​ໃຊ້​ແກ່​ປະຊາຊົນ​ບັນດາເຜົ່າ​ພາຍ​ໃນ​ແຂວງ ແມ່ນ​ໄດ້​ຮັບ​ການ​ປັບປຸງ​ກໍ່ສ້າງ ແລະ ຍົກ​ລະດັບ​ຫຼາຍ​ຂຶ້ນ ແລະ ດີ​ຂຶ້ນ​ກວ່າ​ເກົ່າ; ນະໂຍບາຍ​ສັງຄົມ​ກໍ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຕໍ່​ແຕ່​ລະ​ເປົ້າ​ໝາຍ​ວ່ອງໄວ​ເພີ່ມ​ຂຶ້ນ​ກວ່າ​ເກົ່າ ທັງ​ໝົດ​ນັ້ນ​ແມ່ນ​ການ​ຊຸກຍູ້​ຂະ​ບວນ​ການ​ຮອບດ້ານ​ໃຫ້​ແກ່​ການ​ກະກຽມ​ດຳເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ​ຢູ່​ພາຍ​ໃນ​ແຂວງ​ດຳເນີນ​ມາ​ດ້ວຍ​ດີ ສາມາດ​ບັນລຸ​ໝາກຜົນ​ຫຼາຍ​ດ້ານ. ໃນ​ດ້ານ​ເສດຖະກິດ​ມະຫາ​ພາກ: ອີງ​ຕາມ​ຜົນ​ການ​ລາຍ​ງານ​ສາມາດ​ສັງ​ລວມ ຄິດໄລ່​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ແຂວງ​ໄດ້ 6.653,97 ຕື້​ກີບ, ລື່ນ​ແຜນ 31,05% (ແຜນການ 5.077,47 ຕື້​ກີບ), ຂະຫຍາຍ ຕົວ​ໃນ​ລະດັບ 5,74%; ມີ​ລາຍ​ຮັບ​ສະເລ່ຍ​ຕໍ່​ຫົວ​ຄົນ 33, 02 ລ້ານ​ກີບ ຫຼື 1.510 ໂດ​ລາ (ຕາມ​ເງື່ອນໄຂ​ອັດຕາ​ແລກປ່ຽນ 21.865 ກີບ​ ຕໍ່ 1 ໂດ​ລາ); ທົ່ວ​ແຂວງ​ມີ​ປະຊາກອນ 201.495 ຄົນ; ໃນ​ນີ້: ຂະແໜງ​ກະສິກຳ-ປ່າໄມ້ ແລະ ການ​ປະມົງ ກວມ 50,19%, ອຸດສາຫະກຳ-ຫັດຖະກຳກວມ 20,20%, ການ​ບໍລິການ ກວມ 27,57% ແລະ ພາສີ-ອາກອນ​ຜະລິດ​ຕະ​ພັນ​ຂາ​ເຂົ້າ​ສຸດທິ ກວມ 2,04%. ຂ່າວ: ພູ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ