ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ກອງພັນ​ໃຫຍ່ 11 ຕ້ອນຮັບ​ການ​ເຂົ້າ​ອວຍພອນ ຂອງ​ຄະນະ​ນຳ ວິທະຍາຄານ​ການເມືອງ ​ປກສ
ເວລາອອກຂ່າວ: 2025-01-14 09:13:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 647 | ຄວາມນິຍົມ:



ວັນ​ທີ 6 ມັງກອນ 2025 ນີ້, ສະຫາຍ ພັນ​ເອກ ພອນ​ມີ​ໄຊ ສີ​ວົງ​ຊຳ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 11 ພ້ອມ​ດ້ວຍ​ຄະນະ, ໄດ້​ຕ້ອນຮັບ​ການ​ເຂົ້າ​ອວຍພອນ ຂອງ​ສະຫາຍ ພັນ​ເອກ ​ປທ ສີ​ເພົ້າ ບຸນ​ບາ​ລິດ ຮອງ​ອຳນວຍ​ການ ວິທະຍາຄານ​ການເມືອງ ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ຄະນະ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ປະຊາຊົນ​ລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025). ໂອກາດ​ນີ້ ສະຫາຍ ພັນ​ເອກ ​ປທ ສີ​ເພົ້າ ບຸນ​ບາ​ລິດ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຊົມເຊີຍ ຕໍ່​ຜົນງານ ແລະ ໄຊຊະນະ​ອັນ​ໃຫຍ່​ຫຼວງ ທີ່​ກອງທັບ​ປະຊາຊົນ​ລາວ ຍາດ​ມາ​ໄດ້​ໃນ​ຕະຫຼອດ​ໄລຍະ 76 ປີ, ພ້ອມ​ທັງ​ກ່າວ​ອວຍພອນ​ໄຊ​ອັນ​ປະເສີດ​ໃຫ້ ສະຫາຍ ພັນ​ເອກ ພອນ​ມີ​ໄຊ ສີ​ວົງ​ຊຳ, ພ້ອມ​ດ້ວຍ​ຄະ ນະ​ພັກ-ຄະນະ​ນຳ​ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ທົ່ວ​ກອງພັນ​ໃຫຍ່ 11 ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ​ຜາ​ສຸກ ແລະ ສືບຕໍ່​ປະຕິບັດ​ໜ້າທີ່​ວຽກ​ງານ​ທີ່​ພັກ- ລັດ​ມອບ​ໝາຍ​ໃຫ້​ປະສົບ​ຜົນສຳເລັດ, ກາຍເປັນ​ກົມ​ກອງ​ທີ່​ມີ​ແບບແຜນ​ທັນ​ສະໄໝ​ກ້າວ​ຂື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂອກາດ​ດຽວ​ກັນ​ນີ້ ສະຫາຍ ພັນ​ເອກ ພອນ​ມີ​ໄຊ ສີ​ວົງ​ຊຳ ກໍ​ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ທົ່ວ​ກອງພັນ​ໃຫຍ່ 11 ກໍ​ຄື​ນາຍ ແລະ ພົນທະຫານ ສະແດງ​ຄວາມ​ຂອບໃຈ​ຕໍ່ ສະຫາຍ ພັນ​ເອກ ​ປທ ສີ​ເພົ້າ ບຸນ​ບາ​ລິດ ທີ່​ເຫັນ​ໄດ້​ເຖິງ​ຄວາມ​ໝາຍ ຄວາມ​ສຳຄັນ​ຂອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ ແລະ ອວຍພອນ​ໄຊ​ໃຫ້​ສະຫາຍ​ພ້ອມ​ດ້ວຍ​ຄະນະ ຈົ່ງ​ມີ​ຄວາມ​ຜາ​ສຸກ, ສຸຂະພາບ​ແຂງແຮງ, ມີ​ພາລະ​ນາ​ໄມ​ສົມບູນ, ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ການ​ງານ​ອັນ​ມີ​ກຽດ​ສະຫງ່າ​ຂອງ​ຕົນ, ສືບຕໍ່​ຮັດ​ແໜ້ນ​ຄວາມ​ສາມັກຄີ​ຮັກແພງ​ລະຫວ່າງ​ສອງ​ກຳລັງ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຂື້ນ​ກວ່າ​ເກົ່າ. ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ກົມ​ໂຄສະນາ​ອົບຮົມ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບໍລິສັດ ຮ່ວມ​ທຶນ​ກະສິກຳ​ຄົບ​ວົງ​ຈອນ ພ້ອມ​ດ້ວຍ​ຄະນະ ກໍ​ໄດ້​ເຂົ້າ​ອວຍພອນ​ໃນ​ວັນ​ດັ່ງກ່າວ​ຕື່ມ​ອີກ. ໂດຍ: ວິລັດ ມົນ​ດວງ​ສິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ