
ຮອງຫົວໜ້າກົມກໍ່ສ້າງຮາກຖານ ປາຖະກະຖາ 3 ວັນປະຫວັດສາດສຳຄັນ ຂອງຊາດ
ເວລາອອກຂ່າວ: 2025-01-14 09:12:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 603 | ຄວາມນິຍົມ:
ໃນລະຫວ່າງວັນທີ 10-11 ມັງກອນ 2025 ນີ້, ສະຫາຍ ພັນເອກ ຄຳຮັ່ງ ໄຊມຸງຄຸນ ຮອງຫົວໜ້າກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ໄດ້ລົງເຄື່ອນໄຫວປາຖະກະຖາ 3 ວັນປະຫວັດສາດສຳຄັນຂອງຊາດ ຄື: ວັນຊາດ 2 ທັນວາ ຄົບຮອບ 49 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຢູ່ກຸ່ມບ້ານໜອງມ້າ ເມືອງບົວລະພາ ແຂວງຄຳມ່ວນ, ກຸ່ມບ້ານສົມບູນ ເມືອງພູວົງ ແຂວງອັດຕະປື ໂດຍການເຂົ້າຮ່ວມຂອງກອງບັນຊາການທະຫານແຂວງຄຳມ່ວນ, ກອງບັນຊາການທະຫານແຂວງອັດຕະປື ພ້ອມດ້ວຍພະນັກງານກອງປະຕິບັດງານ 216, ກອງປະຕິບັດງານ 207 ແລະ ອຳນາດການປົກຄອງ ພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳຮັ່ງ ໄຊມຸງຄຸນ ໄດ້ຍົກໃຫ້ເຫັນວັນແຫ່ງໄຊຊະນະ ຂອງການຕໍ່ສູ້ທີ່ຍືດເຍື້ອຍາວນານ, ລະອິດລະອ້ຽວ ຢ່າງພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ, ໂດຍພາຍໃຕ້ການຊີ້ນຳ - ນຳພາ ຂອງພັກປະຊາຊົນປະຕິວັດລາວ ທີ່ສະຫຼາດຫຼັກແຫຼມ, ເຊິ່ງພັກໄດ້ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ລຸກຮື້ຂຶ້ນຕໍ່ສູ້ຕ້ານກັບພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຢ່າງອົງອາດກ້າຫານ, ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ພ້ອມດຽວກັນນີ້ ຍັງໄດ້ຫວນຄືນເຖິງຊີວິດການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໃນແຕ່ລະໄລຍະຢ່າງລະອິດລະອ້ຽວໃນຂະບວນການຕໍ່ສູ້ກູ້ຊາດຂອງປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ຮັກຊາດ, ແມ່ນນັກຮົບທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບຸລຸດ ແລະ ຜູ້ນຳທີ່ປີຊາສາມາດສະຫຼາດສ່ອງໃສ ແລະ ສະດຸ້ງໄວມີທັດສະນະມະຫາຊົນກວ້າງຂວາງ, ເປັນຜູ້ນຳທີ່ດຸໝັ່ນ, ດຳລົງຊີວິດງ່າຍດາຍ, ປະຢັດ ແລະ ບໍລິສຸດປອດໃສ. ນອກນີ້ ຍັງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳ
ເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນຕະຫຼອດໄລຍະ 76 ຜີຜ່ານມາ ບັນດານັກຮົບປະຕິວັດໄດ້ເສຍສະຫຼະເລືອດເນື້ອ, ອຸທິດຕົນເຂົ້າໃນພາ
ລະກິດຕໍ່ສູ້ກູ້ຊາດ ຍາດເອົາເອກະລາດມາສູ່ປະເທດເຮົາໄດ້ຢ່າງມີໄຊ.
ໂອກາດດຽວກັນນີ້, ໃນພິທີຍັງໄດ້ສາຍຮູບເງົາມູນເຊື້ອວັນສຳຄັນຂອງຊາດ, ຂອງກອງທັບ ເພື່ອເຮັດໃຫ້ປະຊາຊົນພາຍໃນກຸ່ມບ້ານດັ່ງກ່າວ ໄດ້ຮັບຊົມ ແລະ ຮັບຮູ້ເຖິງປະຫວັດມູນເຊື້ອຂອງວັນດັ່ງກ່າວຢ່າງທົ່ວເຖິງ.
ໂດຍ: ຈັນທະພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ