
ບັນຫາຂາດແຄນແຮງງານ ເປັນວຽກທີ່ລັດຖະບານ ໃຫ້ຄວາມສຳຄັນ ແລະ ສືບຕໍ່ແກ້ໄຂ
ເວລາອອກຂ່າວ: 2025-01-14 09:12:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ:
ແຮງງານແມ່ນ ປັດໄຈສຳ ຄັນໃນການຂັບເຄື່ອນເສດຖະກິດຂອງແຕ່ລະປະເທດໃຫ້ກ້າວໄປໜ້າ ຫາກຂາດແຮງງານ ໂດຍສະເພາະແມ່ນແຮງງານທີ່ມີສີມື ມີຄວາມຮູ້ຄວາມສາມາດໃນລະດັບອັນແນ່ນອນຈະເຮັດໃຫ້ ການພັດທະນາບໍ່ກ້າວໜ້າ ແລະ ໄລຍະຫຼັງໆມານີ້ຢູ່ລາວເຮົາກໍເລີ່ມເຫັນວ່າຫຼາຍຫົວໜ່ວຍໂຮງຈັກ ໂຮງງານ ເລີ່ມຂາດແຄນແຮງງານລົງ ເຮັດໃຫ້ການດຳເນີນທຸລະກິດມີຄວາມຫຍຸ້ງຍາກຂຶ້ນ ຫຼາຍຫົວໜ່ວຍທຸລະກິດຕ້ອງໄດ້ໃຊ້ຮູບການຕ່າງໆເພື່ອດຶງດູດເອົາແຮງງານເຂົ້າເຮັດວຽກໃນຂະແໜງການຂອງຕົນ.
ສະພາບການຂາດແຮງງານ ຢູ່ປະເທດເຮົາເລີ່ມປາກົດເຫັນແຈ້ງໃນໄລຍະທີ່ມີການລະບາດ ຂອງພະຍາດ ໂຄວິດ -19 ເປັນ ເປັນຕົ້ນມາ ແຕ່ພັດມາຊ້ຳເຕີມ ໜັກໜ່ວງຢູ່ໃນໄລຍະທີ່ມີຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເປັນຕົ້ນແມ່ນເງິນກີບອ່ອນຄ່າ, ອັດຕາເງິນເຟີ້ສູງ, ຄ່າຄອງຊີບແພງຄ່າແຮງງາານຕ່ຳ ແລະ ອີກຫຼາຍຢ່າງມາກະທົບໃສ່ເຮັດໃຫ້ສະພາບແຮງງານລາວຫຼາຍລະດັບ ພາກັນຫຼັ່ງ
ໄຫຼໄປອອກແຮງງານຢູ່ຕ່າງປະເທດ ສົ່ງຜົນກະທົບຕໍ່ພາຍໃນປະເທດ. ໃນກອງປະຊຸມ ສະໄໝສາມັນເທື່ອທີ VIII ຂອງສະພາແຫ່ງຊາດຊຸດທີ IX ບັນດາສະ
ມາຊິກສະພາແຫ່ງຊາດມີຄວາມສົນໃຈຫຼາຍ ແລະ ໄດ້ຕັ້ງຄຳຖາມເຈາະຈີ້ມຕໍ່ລັດຖະບານ ເພື່ອຊີ້ແຈງເຖິງມາດຕະການ ແລະ ວິທີການແກ້ໄຂບັນຫາການຂາດແຄນແຮງງານຢູ່ລາວໃນຕໍ່ໜ້າມີຄືແນວໃດ? ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະລັດຖະບາງໄດ້ຊີ້ແຈງວ່າ: ການແກ້ໄຂບັນຫາການຂາດແຄນແຮງງານເປັນໜຶ່ງໃນບັນຫາເຄັ່ງຮ້ອນທາງດ້ານສັງຄົມທີ່ລັດຖະບານໄດ້ສຸມໃສ່ແກ້ໄຂ ແຕ່ຢາກໃຫ້ເຂົ້າໃຈແຈ້ງຕື່ມວ່າ: ໃນຕໍ່ໜ້າລັດຖະບານຈະສຸມໃສ່ມາດຕະ
ການຈຳນວນໜຶ່ງເປັນຕົ້ນ: ຮີບຮ້ອນທົບທວນ ແລະ ປັບປຸງຄືນບັນດານະໂຍບາຍມະຫາພາກດ້ານການສ້າງສີມືແຮງງານ ເຊິ່ງກອງປະຊຸມສະພາແຫ່ງຊາດຄັ້ງນີ້ໄດ້ຜ່ານຮ່າງກົດໝາຍສະບັບປຸງປັບເຊື່ອວ່າເມື່ອຜ່ານແລະປະກາດໃຊ້ແລ້ວ ລັດຖະບານຈະຮີບຮ້ອນປັບປຸງນະໂຍບາຍທີ່ເປັນນິຕິກຳລຸ່ມກົດໝາຍໃຫ້ໄວ; ຂະຫຍາຍໂຮງຮຽນສາມັນວິຊາຊີບໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອໃຫ້ນັກຮຽນທີ່ຮຽນຈົບສາຍສາມັນວິຊາຊີບແລ້ວບໍ່ມີຈຸດປະສົງຮຽນຕໍ່ໃນສາຍ ອາຊີວະສຶກສາ ຫຼື ມະຫາວິທະຍາໄລກໍສາມາດເຂົ້າເຮັດວຽກໄດ້ເລີຍ; ສືບຕໍ່ປັບປຸງນະໂຍບາຍການຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການມີສ່ວນຮ່ວມໃນການພັດທະນາສ້າງສີມືແຮງງານໂດຍສະເພາະແມ່ນນະໂຍບາຍດ້ານອາກອນ ນະໂຍບາຍການເຂົ້າເຖິງແຫຼ່ງທຶນ ຫຼື ນະໂຍບາຍທາງດ້ານຄ່າເຊົ່າສຳປະທານທີ່ດິນສຳລັບຜູ້ປະກອບການທີ່ໄດ້ສົ່ງເສີມ ແລະ ສ້າງສີມືແຮງງານໄດ້ຫຼາຍ ສິ່ງສຸດທ້າຍແມ່ນ ປັບປຸງຂອດປະສານງານ ລະຫວ່າງຜູ້ອອກແຮງງານ ແລະ ຜູ້ມີສີມືແຮງງານໃຫ້ກົມກຽວກັນເພື່ອສ້າງແຮງງານໃຫ້ຖືກຕ້ອງຕາມຄວາມຕ້ອງການຂອງຕະຫຼາດແຮງງານ.
ຕໍ່ບັນຫາທັງໝົດທີ່ເກີດຂຶ້ນນີ້ ຜ່ານມາລັດຖະບານໄດ້ມີຄວາມພະຍາຍາມປະຕິບັດມາຕະການຕ່າງໆ ເພີ່ມທະວີຄວາມເອົາໃຈໃສ່ ແລະ ພັດທະນາສີມືແຮງງານໃນຫຼາຍຮູບແບເຊັ່ນ: ການລະດົມໃຫ້ຜູ້ປະກອບການມີນະໂຍບາຍຕໍ່ແຮງງານລາວດ້ວຍການສ້າງເງື່ອນໄຂພັດທະນາສີມືແຮງງານກັບທີ່ ໂດຍສະເພາະ ແມ່ນບັນດາໂຮງງານອຸດສາຫະກຳຕ່າງໆກໍສາມາດແກ້ໄຂໄດ້ດີ ສົມຄວນ ແຕ່ການອີງໃສ່ການ ຂະຫຍາຍຕົວທາງດ້ານເສດຖະກິດກໍເຫັນໄດ້ວ່າພວກເຮົາຍັງຂາດແຄນແຮງງານຫຼາຍ ດັ່ງນັ້ນ ທຸກຂະແໜງການ ທຸກຫົວໜ່ວຍທຸລະກິດ ທີ່ນຳໃຊ້ແຮງງານ ຄວນເປັນເຈົ້າການຮ່ວມກັບພາກລັດໃນການແກ້ໄຂທາງອອກຊ່ວຍໃຫ້ແຮງງານລາວໄດ້ຮັບການຍົກລະດັບທາງດ້າານສີມືແຮງງານສູງຂຶ້ນ ເປີດໂອກາດໃຫ້ແຮງງານທຸກລະດັບໄດ້ເຂົ້າຮ່ວມວຽກງານຫຼາຍຂຶ້ນ ເຊິ່ງຈະເປັນພື້ນຖານສຳຄັນໃນການແກ້ໄຂໃຫ້ຂາດຕົວ.
ຮຽບຮຽງໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ