
ການເຄື່ອນໄຫວກົມກອງຕ່າງໆໃນທ້າຍເດືອນທັນວາ 2024
ເວລາອອກຂ່າວ: 2025-01-14 09:10:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 600 | ຄວາມນິຍົມ:
ຫ້ອງການ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ: ໄດ້ສະຫຼຸບຕີລາຄາຜົນສຳເລັດໃນການຈັດຕັ້ງຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2024. ຜ່ານການຈັດຕັ້ງປະຕິບັດເຫັນໄດ້ວ່າ: ພະນັກງານນັກຮົບໄດ້ເອົາໃຈໃສ່ເຄື່ອນໄຫວປະຕິບັດຂະບວນການແຂ່ງຂັນດ້ວຍຄວາມຮັບຜິດຊອບສູງ ໃນນີ້ໄດ້ຖືເອົາການປັບປຸງກໍ່ສ້າງກົມກອງ, ອະນາໄມຂອບເຂດຮັບຜິດຊອບໃຫ້ມີຄວາມສະອາດຈົບງາມ, ພ້ອມນີ້ ຍັງຊຸກຍູ້ພະນັກງານ-ນັກຮົບໃນກົມກອງແກ້ໄຂຊີວິດການເປັນຢູ່ດ້ວຍການປູກ-ການລ້ຽງ ສາມາດກຸ້ມຕົນເອງໄດ້ຈຳນວນໜື່ງ ແລະ ວຽກງານປີ່ນອອ້ມອື່ນຂອງກົມກອງກໍ່ມີຜົນສຳເລັດສູງ, ກົມກອງສ້າງລາຍຮັບໄດ້ 25,820,000 ກີບ, ຈາກຜົນງານດັ່ງກ່າວສາມາດສາມາດຄັດເລືອກຕົວເດັນປະເພດ 1 ໄດ້ 39 ສະຫາຍ, ກົມກອງລວມໝູ່ 8 ຫົວໝ່ວຍກົມກອງ, ປະເພດ 2 ໄດ້ 40 ສະຫາຍ, ກົມກອງລວມໝູ່ໄດ້ 3 ກົມກອງ.ພ້ອມນີ້ ຍັງໄດ້ມອບຂອງຂວັນໃຫ້ບຸກຄົນດີເດັ່ນຕື່ມອີກ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ສະຫາຍ ພັນເອກ ບຸນມີໄຕ ໄຊຍະວົງ ຄະນະພັກ-ຄະນະອຳນວຍການ, ຫົວໜ້າຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເຄື່ອນໄຫວພົບປະໂອ້ລົມພະນັກງານ-ນັກຮົບກອງພັນທີ 1 (ນາຍສິບ) ໂອກາດທີ່ໄດ້ລົງມາໃນຄັ້ງນີ້, ສະຫາຍ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບຕ້ອງຍົກສູງພາລະບົດບາດ, ສິດ, ໜ້າທີ່ ນຳພາ-ຊີ້ນຳພະນັກງານຂອງຕົນ ຢ່າງໃກ້ຊິດຕິດແທດ, ເອົາໃຈໃສ່ສຶກສາອົບຮົມການ
ເມືອງ-ນຳພາແນວຄິດຖືເປັນສຳຄັນສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ, ປະຕິບັດຂໍ້ກຳນົດ, ກົດລະບຽບ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ, ເຂັ້ມແຂງ, ປັບປຸງບູລະນະ ກໍ່ສ້າງກົມກອງໃຫ້ມີຄວາມຮັບປະກັນ ແລະ ມີຄວາມສະອາດຈົບງາມ. ສະເພາະແມ່ນຕ້ອງເອົາໃຈໃສ່ປະກອບສ່ວນເຂົ້າໃນທຸກຂະບວນການຕ່າງໆຂອງກົມກອງ ຢ່າງຕັ້ງໜ້າ, ເຝິກຝົນຫຼໍ່ຫຼອມຕົນເອງ, ສ້າງຕົນເອງ ໃຫ້ກາຍເປັນພະນັກງານຜູ້ສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃຫ້ກອງທັບປະຊາຊົນລາວ.
ສະຫາຍ ສົມຈິດ ຫັບລະກອນກຳມະການປະຈຳພັກແຂວງ ສະມາຊິກສະພາແຫ່ງຊາດ ຮອງປະທານສະພາປະຊາຊົນແຂວງຜົ້ງສາລີ ພ້ອມຄະນະໄດ້ລົງຕິດຕາມ: ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ກອງຮ້ອຍທະຫານຊາຍແດນ 112 ທະຫານແຂວງຜົ້ງສາລີ, ໂດຍການຕ້ອນຮັບຂອງ ສະຫາຍ ພັນຕີ ພອນ ດວງມະນີ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 112 ພ້ອມທັງໄດ້ລາຍງານສະພາບໂດຍຫຍໍ້ໃນການຈັດຕັ້ງປະຕິບັດໜ້າທີ່ຂອງກົມກອງໃນໄລຍະຜ່ານມາ, ກອງຮ້ອຍທະຫານຊາຍແດນ 112 ແມ່ນກົມກອງໜຶ່ງທີ່ມີໜ້າທີ່ຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ເຂດນ້ຳແດນດິນຊາຍແດນລາວ-ຈີນ ແຕ່ຫຼັກໝາຍ 13 ຫາຫຼັກໝາຍ 23, ທີ່ມີຄວາມຍາວ 93,459,4 ແມັດ, ມີ 10 ຫຼັກໝາຍຄູ່ ແລະ 11 ຫຼັກໝາຍຄີກ, ສະພາບຊາຍແດນແມ່ນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສະພາບປະຊາຊົນແມ່ນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ທຳມາຫາກິນຖືກຕ້ອງຕາມລະບຽບກົດໝາຍ, ນອກຈາກນີ້ ຍັງມີກຸ່ມຄົນຈຳນວນໜຶ່ງທີ່ຢູ່ລຽບຕາມຊາຍແດນຍັງມີການລັກລອບເຂົ້າ-ອອກເມືອງ ແລະ ສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ການລ່າສັດນ້ຳ, ສັດປ່າທີ່ຫ່ວງຫ້າມ ແລະ ອື່ນໆ.
ໂຮງຮຽນ 307: ໄດ້ປາຖະກະຖາຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃນການຈັດຕັ້ງປາຖະກະຖາຄັ້ງນີ້ກໍ່ເພື່ອແນໃສ່ເຮັດໃຫ້ພະນັກງານ-ນັກຮົບໃນທົ່ວກົມກອງໄດ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງເຖິງມູນເຊື້ອປະຫວັດສາດທີ່ສຳຄັນຂອງຊາດ, ຮູ້ເຖິງນ້ຳໃຈຮັກຊາດແບບດູດດື່ມ ແລະ ແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດຂອງທ່ານຜູ້ນຳ ເພື່ອນຳເອົາໄປໝູນໃຊ້ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບພຶດຕິກຳຕົວຈິງຂອງຕົນ ພ້ອມນີ້ກໍ່ທັງເປັນການສ້າງຂະບວນການຕ້ອນຮັບວັນສຳຄັນດັ່ງກ່າວໃຫ້ມີເນື້ອໃນ ແລະ ມີບັນຍາກາດຟົດຟື້ນຕໍ່ເນື່ອງ.
ກອງຮ້ອຍສື່ສານ ແລະ ກອງຮ້ອຍ 35 ທະຫານແຂວງສະຫວັນນະເຂດ: ໄດ້ປາຖະກະຖາເລົ່າຄືນມູນເຊື້ອເລົ່າຮົບສື່ສານຄົບຮອບ 70 ປີ ແລະ ເຫຼົ່າຮົບປືນໃຫຍ່ໜ້າດິນ ຄົບຮອບ 70 ປີ ໃນການຈັດຕັ້ງປາຖະກະຖາຄັ້ງນີ້ກໍເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້ພາລະບົດບາດເຖິງປະຫວັດຄວາມເປັນມາຂອງ 2 ເຫຼົ່າຮົບດັ່ງກ່າວຢ່າງເລິກເຊິ່ງ. ທັງເປັນການຜູກຈິດສຳນຶກໃຫ້ພະນັກງານ-ນັກຮົບຮຸ່ນສືບທອດຮັບຮູ້ ແລະ ນຳໄປເປັນບົດຮຽນເພື່ອເຜີຍແຜ່ໃຫ້ຄົນຮຸ່ນຫຼັງຮຽນຮູ້ເຖິງປະຫວັດຄວາມເປັນມາ ແລະ ທາດແທ້ມູນເຊື້ອຂອງ 2 ເຫຼົ່າຮົບໃນກອງທັບປະຊາຊົນລາວຢ່າງເລິກເຊິ່ງ.
ກອງຮ້ອຍທະຫານຊາຍແດນ 114 ທະຫານແຂວງຜົ້ງສາລີ: ໄດ້ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ ແລະ ພະລາທິການເຕັກນິກ ປະ
ຈຳໄຕມາດ II ປີ 2024 ຜ່ານການຈັດຕັ້ງຫັດແອບຕົວຈິງສາມາດສະຫຼຸບຜົນການອົບຮົມ-ຫັດແອບຄື: ພາກການເມືອງສະເລ່ຍ 99,9%, ພາກພະລາ 99,9%, ພາກເຕັກນິກ 99,9%, ພາກສິລະປະຍຸດ 99,9%, ພາກຍຸດທະວິທີ 99,9%. ພ້ອມດຽວກັນນີ້, ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກກອງບັນຊາການທະຫານແຂວງ ວ່າການອະນຸມັດມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມ
ແຂງ, ໜັກແໜ້ນ ປະຈຳ ປີ 2023 ໃຫ້ໜ່ວຍພັກກອງຮ້ອຍທະຫານຊາຍແດນ 114.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ