
ພະແນກໂຄສະນາອົບຮົມ ທະຫານແຂວງວຽງຈັນ ປະດັບປະດາສະຖານທີ່ຄ້າຍຄູ
ເວລາອອກຂ່າວ: 2025-01-14 09:02:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 448 | ຄວາມນິຍົມ:
ເພື່ອເປັນການສ້າງຂະບວນການດ້ານຕ່າງໆ ຂ່ຳນັບຮັບຕ້ອນວັນປະຫວັດ ສາດທີ່ສຳຄັນ ຂອງຊາດ, ຂອງພັກ ເປັນຕົ້ນແມ່ນວັນ ສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ, (20 ມັງກອນ 1949-20 ມັງກອນ 2025) ທີ່ຈະມາ ເຖິງນີ້ໃຫ້ມີຂະບວນການຟົດຟື້ນ ແລະ ເຮັດໃຫ້ຄ້າຍຄູມີຄວາມຈົບງາມ. ພະແນກໂຄສະນາອົບຮົມກອງບັນຊາການທະຫານແຂວງວຽງຈັນ ເຊິ່ງນຳໂດຍ ສະຫາຍ ພັນໂທ ຈັນທະສົງ ວົງບຸດໄຕ ຮອງຫົວໜ້າພະແນກໂຄສະນາອົບຮົມທະຫານແຂວງວຽງຈັນ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນພະແນກໄດ້ພ້ອມກັນປະດັບປະດາອ້ອມສະຖານທີ່ຄ້າຍຄູ ເປັນຕົ້ນແມ່ນຕິດທຸງຊາດ, ທຸງພັກ, ທຸງທິວອ້ອມປະຕູໂຂງໃຫຍ່ ແລະ ປະຕູໂຂງນ້ອຍ, ຕາມເສັ້ນທາງໜ້າຄ້າຍ, ຕິດປ້າຍຄຳ
ຂວັນ ແລະ ປະດັບປະດາສະ ຖານທີ່ຕ່າງໆພາຍໃນຄ້າຍ, ເພື່ອໃຫ້ມີຄວາມສວຍງາມ ໃນໂອ ກາດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນກ້ວາງຂວາງ. ທັງນີ້, ຍັງເປັນການສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງວຽງຈັນ ອີກດ້ວຍ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ