ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ກອງພັນ​ໃຫຍ່ 643 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ ບຳນານ​ໃຫ້​ແກ່​ພະນັກງານ
ເວລາອອກຂ່າວ: 2025-01-14 09:01:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 529 | ຄວາມນິຍົມ:



ກອງພັນ​ໃຫຍ່ 643 ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ໃຫ້​ນາຍ​ທະຫານ ພັກ​ການ ຮັບ​ບຳ ນານ ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 8 ມັງກອນ 2025 ນີ້. ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ໂທ ບຸນ​ມີ ດວງ​ມະນີ​ຈັນ ເລຂາ​ຄະ ນະ​ພັກ, ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 643, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່, ພະ ແນກການ​ກ່ຽວຂ້ອງ ແລະ ​ພະນັກງານ​ຜູ້​ທີ່​ໄດ້​ຮັບ​ອຸດ​ໜູນ​ບຳ ນານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ແສງ ຈິດ​ບົວລະພາ ຫົວໜ້າ​ຂະແໜງ​ພະນັກງານ ກອງພັນ​ໃຫຍ່ 643 ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ ພັກ​ການ ຮັບ​ບຳນານ, ໂດຍ​ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ນາຍ​ທະຫານ​ໃນ​ກອງທັບ​ປະຊາຊົນ​ລາວ. ດັ່ງ ນັ້ນ, ກະຊວງ​ປ້ອງ​ກັນ​ປະເທດ​ໄດ້​ຕົກລົງ​ອະນຸມັດ​ໃຫ້​ນາຍ​ທະຫານ ພັກ​ການ ຮັບ​ບຳນານ ຢູ່​ກອງພັນ​ໃຫຍ່ 643 ຈຳນວນ 2 ສະຫາຍ ພ້ອມ​ທັງ​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ບຳນານ​ທັງ​ໝົດ​ຈຳນວນ 31.262.000 ກີບ ໂດຍ​ແມ່ນ ສະຫາຍ ພັນ​ໂທ ບຸນ​ມີ ດວງ​ມະນີ​ຈັນ ເປັນ​ຜູ້​ກ່າວ​ມອບ. ໂອກາດ​ນີ້, ສະຫາຍ ພັນ​ໂທ ບຸນ​ມີ ດວງ​ມະນີ​ຈັນ ໄດ້​ກ່າວ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ເຫື່ອແຮງ, ສະຕິ​ປັນຍາ​ທີ່​ບັນດາ​ສະຫາຍ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ ພ້ອມ​ທັງ​ໄດ້​ປະກອບ ສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ສ້າງສາ​ພັດທະນາ​ກົມ​ກອງ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄື​ກອງພັນ​ໃຫຍ່ 643 ຂອງພວກເຮົາ ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ ເປັນ​ກ້າວໆ​ມາ, ສະຫາຍ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ອຸດ​ໜູນ​ບຳນານ​ໃນ​ຄັ້ງ​ນີ້ ຈົ່ງ​ສືບຕໍ່​ປະກອບສ່ວນ​ວຽກ​ງານ​ຢູ່​ທ້ອງຖິ່ນ​ບ້ານ, ເມືອງ ທີ່​ຕົນ​ພັກ​ເຊົາ ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ປະຊາຊົນ​ບັນດາເຜົ່າ ແລະ ລູກ​ຫຼານ​ເຍົາວະ​ຊົນ​ທີ່​ເກີດ​ໃໝ່​ໃຫຍ່​ລຸນ ໃຫ້​ມີ​ຄວາມ​ຮັບ​ຮູ້​ເຊື່ອມ​ຊຶມ​ຕໍ່​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໃນ​ໄລຍະ​ໃໝ່​ຂອງ​ພັກ​ເຮົາ ແລະ ນຳ​ໃຊ້​ຮ່ວງ​ເງິນ​ດັ່ງກ່າວ​ສ້າງ​ເສດຖະກິດ​ຄອບຄົວ​ໃຫ້​ດີ​ຂຶ້ນ​ເລື້ອຍໆ​ໄປ. ໂດຍ: ຄຳ​ໝັ່ນ ຄົງ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ