ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ສືບຕໍ່​ຜັນ​ຂະຫຍາຍ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ​ໃຫ້​ເຂົ້າ​ສູ່​ລວງ​ເລິກ
ເວລາອອກຂ່າວ: 2025-01-13 09:36:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ປັດຈຸບັນ​ນີ້ ເຖິງ​ແມ່ນ​ວ່າ ​ສປປ ລາວ ພວກ​ເຮົາ​ໄດ້​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ມີ​ຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ​ທາງ​ສັງຄົມ ອັນ​ໄດ້​ເປັນ​ພື້ນຖານ​ເຮັດ​ໃຫ້​ປະເທດ​ຊາດ​ໄດ້​ຮັບ​ການ​ພັດທະນາ​ຂະຫຍາຍຕົວ, ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ແລະ ຈິດໃຈ​ຂອງ​ປະຊາຊົນ​ດີ​ຂຶ້ນ​ເປັນ​ກ້າວໆ; ແຕ່​ກໍ​ຍັງ​ມີ​ຂໍ້​ຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ​ນັບ​ທັງ​ໃນ​ຕົວ ແລະ ນອກ​ຕົວ, ເປັນຕົ້ນ​ຍັງ​ມີ​ບັນດາ​ອິດ​ທິ​ກຳລັງ​ປໍ​ລະ​ປັກ ແລະ ພວກ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​ຍັງ​ບໍ່​ປະລະ​ກົນອຸບາຍ​ຫວັງ​ມ້າງເພ​ທຳລາຍ ເຮັດ​ໃຫ້​ປະເທດ​ເຮົາ​ບໍ່​ມີ​ຄວາມ​ສະຫງົບ ດ້ວຍ​ວິທີ​ການ​ໂຄສະນາ​ໃສ່​ຮ້າຍ​ປ້າຍ​ສີ, ທັບ​ຖົມ​ໂຈມ​ຕີ, ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ຕໍ່​ລະບອບ​ປະຊາທິປະໄຕ​ປະຊາຊົນ ແລະ ຕໍ​ຜົນສຳເລັດ​ໃນ​ດ້ານ​ຕ່າງໆ​ທີ່​ພວກ​ເຮົາ​ຍາດ​ມາ​ໄດ້. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ເວລາ​ນີ້​ຍິ່ງ​ກວ່າ​ເວລາ​ໃດ​ໝົດ ມັນ​ເລັ່ງ​ທວງ​ໃຫ້​ພວກ​ເຮົາ​ຕ້ອງ​ຕັ້ງໜ້າ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ​ວາງ​ອອກ​ໃຫ້​ແຂງແຮງ ແລະ ເຂົ້າ​ສູ່​ລວງ​ເລິກ; ຕັ້ງໜ້າ​ປັບປຸງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ, ກຽມພ້ອມ​ຕອບ​ຕ້ານ​ທຸກ​ກໍລະນີ​ທີ່​ຈະ​ເກີດ​ຂຶ້ນ​ໃຫ້​ທັນ​ການ; ຮັບປະກັນ​ໃຫ້​ປະເທດ​ຊາດ​ມີ​ສະ ຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ມີ​ຄວາມ​ສະຫງົບ ປອດ​ໄພ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ສັງຄົມ; ເຊີດ​ຊູ​ສະຕິຊາດ, ເອກະລາດ, ເປັນ​ເຈົ້າ​ຕົນ​ເອງ, ເອົາໃຈ​ໃສ່​​ສຶກ​ສາ​ອົບຮົມ ແລະ ເສີມ​ຂະຫຍາຍ​ມູນ​ເຊ​​ືື້ອ​ອັນ​ດີງາມ​ຂອງ​ຊາດ, ຂອງ​ພັກ ແລະ ທາດ​ແທ້​ມູນເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ກອງທັບ​ ຢ່າງ​ບໍ່​ຢຸດ​ຢັ້ງ. ພັກ​ໄດ້​ກຳນົດ​ໄວ້​ວ່າ: “ເພີ່ມ​ທະວີ​ການ​ສຶກ​ສາ​ອົບຮົມ​ພົນລະເມືອງ​ລາວ​ໃຫ້​ເຊື່ອມ​ຊຶມ​ຢ່າງ​ເລິກເຊິ່ງ ແລະ ເປັນ​ເຈົ້າ​ການ​ເຂົ້າ​ຮວ່ມ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ, ຍົກ​ສູງ​ສະ​ຕິ​ປ້ອງ​ກັນ, ສະກັດ​ກັ້ນ ແລະ ຕ້ານ​ທຸກ​ກົນອຸບາຍຫັນ​ປ່ຽນ​ໂດຍ​ສັນຕິ ແລະ ການ​ມ້າງເພ​ທຳລາຍ​ລະບອບ​ໃໝ່​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປົກ ແລະ ພວກ​ຄົນ​ບໍ່​ດີ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຢ່າງ​ທັນ​ການ ແນ​ໃສ້​ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ, ອຳນາດ​ອະ ທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອົນ​ຄົບ​ຖ້ວນ​ຂອງ​ຊາດ, ຮັບປະກັນ​ສະຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງຂອງ​ລະບອບ​ປະຊາທິປະໄຕ​ປະຊາຊົນ​ໃຫ້​ໜັກ​ແໜ້ນ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ສະ​ຫົງ​​ບ​ສຸກ, ປອດ​ໄພ ແລະ ຄວາມ​ເປັນ​ລະ​ບຽບ​​ຮຽບ​ຮ້ອຍ​ໃນ​ສັງຄົມ ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນ​ມີ​ຄວາມ​ອຸ່ນ​ອຽນ​ໃນ​ການ​ດຳລົງ​ຊີ ວິດ-ທຳ​ມາ​ຫາ​ກິນ, ສ້າງສາ​ພັດທະນາ​ບ້ານ​ເມືອງ ແລະ ​ສ້​ງາ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ການ​ລົງທຶນ ແລະ ທ່ອງ​ທ່ຽວ”. ເພື່ອ​ບັນລຸ​ຈຸດໝາຍ​ດັ່ງກ່າວ ກ່ອນ​ອື່ນ​ໝົດ​ຕ້ອງ​ເພີ່ມ​ທະວີ​ການ​ນຳພາ​ໂດຍ​ກົງ, ເດັດຂາດ ແລະ ຮອບດ້ານ​ຂອງ​ພັກ​ເຮົາ​ຕໍ່​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ; ບັນຫາ​ທີ່​ເປັນໃຈ​ກາງ​ຕົ້ນຕໍ​ແມ່ນ​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ-ນັກຮົບ​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ, ເປັນ​ກຳລັງ​ທີ່​ຈົງ​ຮັກ​ພັກດີ, ບໍລິສຸດ​ສັດຊື່​ຕໍ່​ຊາດ, ຕໍ່​ພັກ, ຕໍ່​ປະຊາຊົນ ແລະ ຕໍ່​ອຸດົມ​ການ​ສັງຄົມ​ນິຍົມ ສົມ​ກັບ​ເປັນ​ເຄື່ອງມື​ອັນ​ແຫຼມ​ຄົມ​ຂອງ​ພັກ, ເສີມ​ຂະຫຍາຍ​ທາດ​ແທ້​ມູນເຊື້ອ​ປະຕິວັດ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ເຮົາ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕັ້ງໜ້າ​ສຶກ​ສາ​ອົບຮົມ, ຫັດ​ແອບ​ສິລະ​ປະຍຸດ-ຍຸດທະວິທີ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ ຕິດ​ພັນ​ກັບ​ການ​ຍົກ​ລະດັບ​ຄວາມ​ສາມາດ​ບັນຊາ​ສູ້​ຮົບ​ທີ່​ມີ​ແບບແຜນ ແລະ ທັນ​ສະໄໝ ໂດຍ​ສຸມ​ໃສ່​ສ້າງ​ທັງ 3 ປະເພດ​ກຳລັງ​ໄປ​ພ້ອມໆ​ກັນ, ໃນ​ນັ້ນ ຕ້ອງ​ສ້າງ​ກຳ​​ລັງ​ຫຼວງ​ໃຫ້​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ທີ່​ເຂັ້ມແຂງ ມີ​ກຳລັງ​ແຮງ ແລະ ມີ​ຄວາມ​ສາມາດ​ສູ້​ຮົບ​ມີ​ໄຊ​ໃນ​ທຸກ​ສະຖານະ​ການ; ສ້າງ​ກຳລັງ​ທ້ອງຖິ່ນ​ໃຫ້​ເປັນ​ຫົວໜ່ວຍ​ສູ້​ຮົບ​ທີ່​ເຂັ້ມແຂງ​ນອນ​ຢູ່​ໃນ​ຍຸດ​ທະ​ສາດ​ຂອງ​ທ້ອງ​ຖິ່່ນ ມີ​ກຳລັງ​ແຮງ ແລະ ມີ​ຄວາມ​ສາມາດ​ປົກ​ປັກ​ຮັກສາ​ທອງ​ຖິ່ນ​ຂອງ​ຕົນ; ສ້າງ​ກຳລັງ​ກອງ​ຫຼອນ-ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ບ້ານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ມີ​ຄວາມ​ສາມາດ​ເຮັດ​ໜ້າທີ່​ເຄື່ອນ​ໄຫວ​ຮັກສາ​ຄວາມ​ສະຫງົບ, ຕອບ​ຕ້ານ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ພາຍ​ໃນ​ຂອບ​ເຂດ​ບ້ານ​ຊ່ອງ; ສ້າງ​ກຳລັງ​ສຳຮອງ​ໃຫ້​ມີ​ຄວາມ​ພ້ອມ​ເຮັດ​ໜ້າທີ່​ເມື່ອ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ. ກໍ່ສ້າງ ແລະ ບຳລຸງ​ຍົກ​ລະດັບ​ພະນັກງານ​ໃນ​ກຳລັງ​ປະກອບ​ອາວຸດ, ກ່ອນ​ອື່ນ​ແມ່ນ​ພະນັກງານ​ນຳພາ-ບັນຊາ​ທັງ​ຮັບປະກັນ​ໃຫ້​ມີ​ຖັນ​ແຖວ​ຜູ້​ສືບ​ທອດ​ປ່ຽນ​ແທນ​ທີ່​ຕໍ່​ເນື່ອງ-ໜັກ​ແໜ້ນ ໂດຍ​ຖື​ທັດສະນະ​ຫຼັກ​ໝັ້ນ,ຄຸນ​ທາດ​ການເມືອງ ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ເປັນ​ກົກ, ຖື​ເອົາ​ຄວາມ​ຮູ້-ຄວາມ​ສາມາດ ແລະ ແບບແຜນ​ວິທີ​ເຮັດ​ວຽກ​ເປັນ​ສຳຄັນ; ສ້າງ​ພື້ນຖານ​ອຸດສາຫະກຳ​ປ້ອງ​ກັນ ຊາດ-ປ້ອງ​ກັນ​ຄວາມ​ສະຫງົບທີ່​ຈຳເປັນ, ເອົາໃຈໃສ່​ປະກອບ​ພາຫະນະ​ເຕັກນິກ, ອາວຸດ​ຍຸດ​ໂທ​ປະກອນ​ທີ່​ຈຳເປັນ ແລະ ທັນ​ສະໄໝ​ຈຳນວນ​ໜຶ່ງ​ໃຫ້​ແກ່​ກຳລັງ​ປ້ອງ​ ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ. ພ້ອມ​​ກັນ​ນັ້ນ ກໍ​ຮັບປະກັນ​ດ້ານ​ພະລາທິການ; ເອົາໃຈໃສ່​ປະຕິບັດ​ລະບອບ​ນະໂຍບາຍ​ຕໍ່​ກຳລັງ​ປະກອບ​ອາວຸດ​ຕາມ​ລະບຽບ​ ການ​ທີ່​ວາງ​ໄວ້​ໃຫ້​ຖືກຕ້ອງ. ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຕ້ອງ​ຕັ້ງໜ້າ​ເຂົ້າ​ຮ່ວມ ແລະ ປະຕິບັດ​ວຽກ​ງານ 3 ສ້າງ ໂດຍ​ສະເພາະ​ແມ່ນ​ການ​ສ້າງ​ບ້ານ​ພັດທະນາ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ​ຕິດ​ພັນ​ກັບ​ການ​ສ້າງ​ທ່າ​ສະໜາມ 3 ຂັ້ນ, ​ສົມ​ທົບ​ແໜ້​ນວຍ​​ກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະເທດ. ໂດຍ: ໂຊ​ເລ້ ບຸນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ