
ການຈັດຕັ້ງປະຕິບັດນິຕິກຳຂອງອົງການໄອຍະການປະຊາຊົນມີຜົນສຳເລັດເປັນຢ່າງດີ
ເວລາອອກຂ່າວ: 2025-01-13 09:32:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:
ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດນິຕິກຳຂອງອົງການໄອຍະການປະຊາຊົນ ຕໍ່ກອງປະຊຸມສະຫຼຸບວຽກງານອົງການໄອຍະການປະຊາຊົນທົ່ວປະເທດປະຈຳປີ 2024 ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ນັບແຕ່ປີ 2021 ເປັນຕົ້ນມາ ອົງການໄອຍະການປະຊາຊົນໄດ້ສ້າງບົດບັນທຶກຮ່ວມວ່າດ້ວຍກົນໄກປະ ສານງານ 12 ສະບັບ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ 84 ສະບັບ ລວມທັງໝົດ 96 ສະບັບ. ໃນນີ້, ມີນິຕິກຳກ່ຽວກັບວຽກງານກວດກາທົ່ວໄປ 18 ສະບັບ, ວຽກງານຕິດຕາມກວດກາການດຳເນີນຄະດີອາຍາ 23 ສະບັບ, ວຽກງານຕິດຕາມກວດກາການດຳເນີນຄະດີແພ່ງ 4 ສະບັບ, ວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ 7 ສະບັບ, ວຽກງານຈັດຕັ້ງ-ພະນັກງານ 11 ສະບັບ, ວຽກງານກວດກາ 4 ສະບັບ, ວຽກງານການເງິນ 6 ສະບັບ ວຽກງານຫ້ອງການ 8 ສະບັບ ແລະ ວຽກງານຮ່ວມມືກັບຕ່າງປະເທດ 3 ສະບັບ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດປະເມີນຜົນວຽກງານດັ່ງກ່າວມີຜົນສຳເລັດເປັນຢ່າງດີ ໂດຍສະເພາະການຈັດຕັ້ງປະຕິບັດນິຕິກຳ ໄດ້ໂຄສະນາ, ເຜີຍແຜ່ບັນດານິຕິກຳດ້ວຍຫຼາຍວິທີ ແລະ ຫຼາຍຮູບແບບ ເປັນຕົ້ນຈັດພິມປຶ້ມສັງລວມບັນດານິຕິກຳ 2 ຄັ້ງຈຳນວນ 2,000 ຫົວ; ປາຖະກະຖາດ້ວຍຮູບແບບເຊິ່ງໜ້າ ແລະ ທາງໄກ, ຫັນລົງສູ່ຮາກຖານໂດຍຕິດພັນກັບການໂຄສະນາ, ເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກຳດັ່ງກ່າວ; ລົງໜັງສືພິມ, ອອກລາຍການໂທລະພາບ
ລາຍການກົດໝາຍເພື່ອປະຊາຊົນ, ລາຍການລັດ ແລະ ກົດໝາຍ, ເວັບໄຊ, ລົງວາລະສານໄອຍະການປະຊາຊົນໄດ້ 27 ສະບັບຈຳນວນ 27,000 ຫົວ ແລະ ອື່ນໆ; ໄດ້ຈັັດຊຸດເຝິກອົບຮົມ ແລະ ສຳມະນາໃນຫົວຂໍ້ຕ່າງໆກ່ຽວກັບວຽກງານຕິດຕາມກວດກາທົ່ວໄປ 5 ຄັ້ງ, ວຽກງານກວດກາ 5 ຄັ້ງ ແລະ ວຽກງານຈັດຕັ້ງ-ພະນັກງານ, ວຽກງານການເງິນ, ງົບປະມານ, ວຽກງານຮ່ວມມືຍຸຕິທຳກັບຕ່າງປະເທດ ແລະ ຫົວຂໍ້ກົດໝາຍອື່ນໆ ທີ່ກ່ຽວຂ້ອງ; ໄດ້ສ້າງຫ້ອງໃຫ້ຄຳປຶກສາທາງດ້ານກົດໝາຍແກ່ປະຊາຊົນຢູ່ອົງການໄອຍະການປະຊາຊົນສູງສຸດ, 3 ພາກ ແລະ 5 ແຂວງຄື: ແຂວງອຸດົມໄຊ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ຄຳມ່ວນ ແລະ ຈຳປາສັກ.
ທ່ານ ຄຳເພັດ ສົມວໍລະຈິດ ກ່າວຕື່ມວ່າ: ສຳລັບວຽກງານຈຸດສຸມ ແລະ ທິດທາງແກ້ໄຂໃນຕໍ່ໜ້າຈະສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ນຳພາແນວຄິດໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງມີຈຸດສຸມ ແນໃສ່ປັບປຸງຄຸນທາດການເມືອງ, ຍົກສູງຄວາມຮັບຜິດຊອບໃນການເຄື່ອນໄຫວວຽກງານ ແລະ ການປະຕິບັດນິຕິກຳທີ່ຕົນຮັບຜິດຊອບຢ່າງມີປະສິດທິຜົນ; ໂຄສະນາເຜີຍແຜ່ ແລະ ຍົກສູງສະຕິເຄົາລົບກົດໝາຍ, ການຜັນຂະຫຍາຍນິຕິກຳເປັນອັນລະອຽດ, ການເຝິກອົບຮົມ, ການຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານ-ລັດຖະກອນອົງການໄອຍະການປະຊາຊົນ; ເອົາໃຈໃສ່ປະຕິບັດນິຕິ
ກຳອົງການໄອຍະການປະຊາຊົນໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ສັກສິດ; ປັບປຸງກົງຈັກການຈັດຕັ້ງເພື່ອໃຫ້ສອດຄ່ອງກັບກົດ
ໝາຍວ່າດ້ວຍອົງການໄອຍະການປະຊາຊົນສະບັບປັບປຸງ ໂດຍສະເພາະຂະແໜງການ ຫຼື ໜ່ວຍງານຕິດຕາມກວດກາທົ່ວໄປ, ຕິດຕາມກວດກາການດຳເນີນຄະດີແພ່ງ ແລະ ຫ້ອງການອົງການໄອຍະການປະຊາຊົນເຂດປະຈຳເມືອງທີ່ມີເງື່ອນໄຂເໝາະສົມ; ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເປັນຕົ້ນສ້າງຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ, ປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ລົບລ້າງ ຫຼື ໂຈະການຈັດຕັ້ງປະຕິບັດນິຕິກຳທີ່ບໍ່ສອດຄ່ອງ; ສືບຕໍ່ເພີ່ມທະວີການພັດທະນາບຸກຄະລາກອນໃຫ້ເປັນລະບົບ ແນໃສ່ປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ; ຂະຫຍາຍຫ້ອງການໃຫ້ຄຳປຶກສາທາງດ້ານກົດໝາຍແກ່ປະຊາຊົນ ແລະ ສືບຕໍ່ຫັນລົງສູ່ທ້ອງຖິ່ນ ເພື່ອຕິດຕາມຊຸກຍູ້ການປະຕິບັດໜ້າທີ່ວຽກງານຢ່າງຮອບດ້ານຂອງອົງການໄອຍະການປະຊາຊົນທ້ອງຖິ່ນ; ປັບປຸງກົນໄກປະສານສົມທົບກັບພາກສ່ວນ ແລະ ກຳນົດເປັນແຜນການເຄື່ອນໄຫວການສ້າງນິຕິກຳ, ການໂຄສະນາ, ການປະເມີນຜົນໄດ້ຮັບຕົວຈິງຢ່າງເປັນລະບົບ.
ໂດຍ: ວັນເພັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ