ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈໍາກັດ ມອບຊຸດເຄື່ອງສຽງ ໃຫ້ຫ້ອງການຊາວໜຸ່ມກອງທັບ
ເວລາອອກຂ່າວ: 2025-01-10 15:42:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 563 | ຄວາມນິຍົມ:
ໃນວັນທີ 10 ມັງກອນ 2024 ນີ້, ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈໍາກັດ ໄດ້ມອບຊຸດເຄື່ອງສຽງ ໃຫ້ຫ້ອງການຊາວໜຸ່ມກອງທັບ, ກ່າວມອບໂດຍທ່ານ ນາງ ເພັດດາລາວັນ ບຸດຕະວົງ ຜູ້ອໍານວຍການຝ່າຍປະຕິບັດການ ຕາງໜ້າບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈໍາກັດ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ການນໍາເອົາເຄື່ອງສຽງມາມອບໃນຄັ້ງນີ້, ເປັນການປະກອບສ່ວນເຂົ້າໃນວຽກງານສໍາຄັນຕ່າງໆ ໂດຍສະເພາະແມ່ນ ວຽກງານໂຄສະນາ, ສິລະປະ-ວັນນະຄະດີ ຂອງຫ້ອງການຊາວໜຸ່ມກອງທັບ ໃຫ້ມີບັນຍາກາດຟົດຟື້ນ. ສໍາລັບເຄື່ອງສຽງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ຕູ້ລໍາໂພງ 2 ໜ່ວຍ, ໄມລອຍ 1 ຄູ່ ພ້ອມທັງສາຍໄຟຄົບຊຸດ ລວມມູນຄ່າທັງໝົດ 38.000.000 ກີບ.
ສະຫາຍ ພັນເອກ ສຸດໃຈ ມະຫາວົງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ເພັດດາລາວັນ ບຸດຕະວົງ ທີ່ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານໂຄສະນາຢູ່ຫ້ອງການຊາວໜຸ່ມກອງທັບ ຈຶ່ງໄດ້ນໍາເອົາຊຸດເຄື່ອງສຽງມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເຂົ້າໃນວຽກງານສໍາຄັນຕ່າງໆ ພ້ອມທັງກ່າວວ່າ ຈະນໍາເອົາເຄື່ອງສຽງໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ. ໂອກາດນີ້, ຫ້ອງການຊາວໜຸ່ມກອງທັບ ຍັງໄດ້ມອບໃບສົມມະນາຄຸນໃຫ້ແກ່ ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື່ອໄຟ ຈໍາກັດ ອີກດ້ວຍ.
ໂດຍ: ຈອນນີ້
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ