ອົງຄະນະພັກກອງພົນທີ 1 ສະຫຼຸບຖອດຖອນບົດຮຽນວຽກງານນຳພາ ປະຈຳປີ 2024
ເວລາອອກຂ່າວ: 2025-01-10 14:51:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ:
ວັນທີ 8 ມັງກອນ 2025 ນີ້, ອົງຄະນະກອງພົນທີ 1 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານນຳພາປະຈຳປີ 2024 ແລະ ທິດທາງ ປະຈຳປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພົນທີ 1, ມີບັນດາຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ບັນດາຄະນະພັກ-ຄະນະບັນຊາ ຈາກກົມກອງອ້ອມຂ້າງ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນຂຸ້ມ ສີຄໍາໄຊ ຫົວໜ້າຫ້ອງການເມືອງ ກອງພົນທີ 1 ໄດ້ຜ່ານບົດສະຫຼຸບການນຳພາຂອງຄະນະພັກກອງພົນທີ ໃນໄລຍະ 1 ປີ ຜ່ານມາ ໂດຍຍົກໃຫ້ເຫັນການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ແລະ ມີຜົນສໍາເລັດຫຼາຍດ້ານໃນການນໍາພາ-ຊີ້ນໍາຂອງອົງຄະນະກອງພົນ ເປັນຕົ້ນແມ່ນໜ້າທີ່ເຮັດໃຫ້ສະພາບມີຄວາມສະຫງົບ, ໄດ້ເອົາໃຈໃສ່ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານທາງກວ້າງ ແລະ ທາງເລິກ ຢູ່ບັນດາບ້ານ ແລະ ຈຸດຫຼໍ່ແຫຼມຕ່າງໆ, ແກ້ໄຂໜໍ່ແໜງທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ, ການກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ, ການປ້ອງກັນເປົ້າໝາຍໃຫ້ມີຄວາມປອດໄພ 100%, ໜ້າທີ່ປັບປຸງກໍ່ສ້າງກຳລັງ ອົງຄະນະພັກກອງພົນໄດ້ຖືສຳຄັນ ແລະ ເອົາໃຈໃສ່ຕໍ່ການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ທົ່ວກອງພົນດ້ວຍຫຼາຍຮູບການ ແລະ ວິທີການແທດເຖິງແຕ່ລະເປົ້າໝາຍເຮັດເປັນປະຈຳ ໂດຍຕິດພັນກັບການສ້າງຂະບວນການຕ່າງໆ ຕິດພັນກັບການປັບປຸງສະຖານທີ່ຄ້າຍຄູທີ່ຢູ່ອາໃສຂອງກົມກອງ, ແກ້ໄຂຊີວິດການເປັນຢູ່ ແລະ ຜະລິດກະສິກຳ, ພ້ອມນັ້ນ ກໍສຸມໃສ່ ຄຸ້ມຄອງປົກປັກຮັກສາວັດຖຸສາງຄັງ, ຮັບປະກັນເຕັກນິກ ແລະ ໄດ້ມີການພົວພັນຮ່ວມມືກັບພາຍໃນ ແລະ ສາກົນຢ່າງແໜ້ນແຟ້ນ. ໃນກອງປະຊຸມໄດ້ຜັດປ່ຽນກັນປະກອບຄຳຄິດເຫັນ ທັງເປັນການຖອດຖອນບົດຮຽນໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ຢ່າງກົງໄປກົງມາ ແລະ ມີເນື້ອໃນຄວາມໝາຍ, ຄວາມສຳຄັນທີຈະໄດ້ພ້ອມກັນປະຕິບັດໃນຕໍ່ໜ້າ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ