ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ສາທາລະນະສຸກເມືອງປາກກະດິງ ໃຫ້ຄວາມສຳຄັນຕໍ່ວຽກງານສຸຂະພາບຈະເລີນພັນ
ເວລາອອກຂ່າວ: 2025-01-10 14:15:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 447 | ຄວາມນິຍົມ:



ວຽກງານໂຄສະນາສຸຂະສຶກສາກ່ຽວກັບການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນຖືໄດ້ວ່າເປັນອີກວຽກງານໜຶ່ງທີ່ສໍາຄັນ ແລະ ເປັນວຽກງານລະອຽດອ່ອນ, ເພື່ອເປັນການສົ່ງເສີມວຽກງານດັ່ງກ່າວໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢູ່ຂັ້ນທ້ອງຖິ່ນ ແລະ ເຂດຫ່າງໄກສອກຫຼີກ. ດັ່ງນັ້ນ, ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ຮ່ວມກັບອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນໂລກ (UNFPA) ໄດ້ລົ່ງເຄື່ອນໄຫວເກັບກໍາສະຖິຕິວຽກງານສຸຂະພາບຈະເລີນພັນ ໃນບັນດາກຸ່ມເປົ້າໝາຍຢູ່ບັນດາເມືອງເປົ້າໝາຍ ແຂວງບໍລິຄໍໄຊ ເພື່ອເຮັດໃຫ້ປະຊາຊົນເຫັນໄດ້ຄວາມໝາຍ, ຄວາມສໍາຕໍ່ວຽກງານດັ່ງກ່າວ ແນໃສຮັບຮູ້ເຖິງການວາງແຜນຄອບຄົວ. ການຄຸມກໍາເນີດກ່ອນໄວອັນຄວນ ແລະ ການປ້ອງກັນພະຍາດຕ່າງໆ. ທ່ານ ເພັດສຸພັນ ໄລມະນີ ຜູ້ຮັບຜິດຊອບວຽກງານສົ່ງເສີມສຸຂະພາບ ອະນາໄມ ສິ່ງແວດລ້ອມ ສາທາລະນະສຸກ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບ ຫວ່າງບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ ໂດຍສະເພາະແມ່ນວຽກງານການວາງແຜນຄອບຄົວຢູ່ເມືອງປາກກະດິງ ໄດ້ມີຂອບເຂດການຈັດຕັ້ງປະຕິບັດຢູ່ໂຮງໝໍເມືອງ ແລະ ສຸກສາລາ 5 ແຫ່ງ ໃນການໃຫ້ບໍລິການວຽກງານວາງແຜນຄອບຄົວ ເຊິ່ງການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແມ່ນໄດ້ໝູນໃຊ້ເຂົ້າໃນວຽກງານເຊື່ອມ ສານວັດທະນະທໍາແບບຄອງເດີມ ໂດຍໄດ້ໃຫ້ບໍລິການສະເພາະວຽກງານຄຸມກຳເນີດຢູ່ 47 ບ້ານ ແລະ ໄດ້ລົງໄປໜຶ່ງຄັ້ງຕໍ່ເດືອນໃນການໃຫ້ບໍລິການ, ການໃຫ້ບໍລິການຢູ່ໃນແຕ່ລະເດືອນນັ້ນ ແມ່ນໄດ້ມອບໃຫ້ພະນັກງານທີ່ປະຈຳຢູ່ສຸກສາລາທັງ 5 ແຫ່ງເປັນຜູ້ຮັບຜິດຊອບ ສໍາລັບຢູ່ເຂດໂຮງໝໍເມືອງ ຫຼື ເຂດສາທາລະນະສຸກເມືອງ ແມ່ນພະນັກງານ-ວິຊາການ ຢູ່ໃນໜ່ວຍງານສົ່ງເສີມສຸຂະພາບເປັນຜູ້ໃຫ້ບໍລິການ, ສະເພາະໃນວຽກງານຕິດຕາມຊຸກຍູ້ການວາງແຜນຄອບຄົວ ແມ່ນໃຫ້ທີມງານຂອງຂັ້ນສາທາລະນະສຸກເມືອງເປັນຜູ້ຕິດຕາມ ຊຸກຍູ້ ຢູ່ໃນໂຮງໝໍ, ສຸກສາລາ 5 ແຫ່ງ ແລະ ບ້ານຈໍານວນໜຶ່ງ ເຊິ່ງໄດ້ລົງໄປຕິດຕາມໄຕມາດລະໜຶ່ງຄັ້ງ ໂດຍອີງຕາມການຈັດຕັ້ງປະຕິບັດຂອງສຸກສາລາຜ່ານມາ ເຫັນໄດ້ວ່າ ບ້ານໃດຫາກບໍລິການບໍ່ໄດ້ດີ ຈະສະເໜີຫາທາງເມືອງໃຫ້ລົງມາຊ່ວຍ ສະນັ້ນ, ຈຶ່ງໄດ້ແຕ່ງທີມງານ-ວິຊາການລົງໄປຊ່ວຍໄຕມາດລະໜຶ່ງຄັ້ງ ໃນການໃຫ້ບໍລິການຢູ່ແຕ່ລະຈຸດນັ້ນ. ສ່ວນການໃຫ້ບໍລິການວາງແຜນຄອບຄົວຢູ່ໃນໂຮງໝໍຊຸມຊົນ ຖືວ່າມີການບໍລິການທາງດ້ານຢາກິນ, ຢາສັກ, ໃສ່ຫ່ວງອະນາໄມ ແລະ ໃຫ້ຖົງຢາງອະນາໄມ ໃນການບໍລິການຂັ້ນສຸກສາລາ ແລະ ບ້ານຈະໄດ້ເອົາຢາກິນ, ຢາສັກ ແລະ ຖົງຢາງອະນາໄມ ລົງໄປບໍລິການໃຫ້ພໍ່ແມ່ປະຊາຊົນຮອດຂັ້ນບ້ານ ຫຼື ບໍລິການກັບທີ່ຢູ່ສຸກສາລາ. ສະນັ້ນ, ພວກເຮົາຈຶ່ງມີແນວຄິດລິເລີ່ມໃນການວາງແຜນຄອບຄົວນີ້ ໄປຈັດຕັ້ງເຜີຍແຜ່ລົງຮອດໂຮງຮຽນມັດທະຍົມປາຍ ເພື່ອເຮັດໃຫ້ນ້ອງນັກຮຽນມີຄວາມຮູ້ພື້ນຖານ ເພື່ອປ້ອງກັນການປະລະການຮຽນ ແລະ ການສ້າງຄອບຄົວກ່ອນໄວອັນຄວນ ເຊິ່ງພວກເຮົາໄດ້ເຫັນຄວາມສຳຄັນນີ້ ຈຶ່ງໄດ້ລິເລີ່ມໃນປີນີ້ ແລະ ໄດ້ລົງໄປເຜີຍແຜ່ຢູ່ໃນ 5 ໂຮງຮຽນຄື: ໂຮງຮຽນ ມສ ປາກກະດິງ, ມສ ວຽງຄຳ, ມຕ ທົ່ງນາມີ, ມຕ ນາເຂືອນອກ ແລະ ມຕ ບຸ່ງກວາງ ຖືວ່າພວກເຮົາໄດ້ຫັນເອົາວຽກງານໂຄສະນາສຸຂະສຶກສາການວາງແຜນຄອບຄົວ ຕະຫຼອດຮອດສົ່ງເສີມເຂົ້າໄປກໍຄືເລື່ອງປ້ອງກັນພະຍາດຕິດຕໍທາງເພດສຳພັນ ເພື່ອເລັ່ງໃຫ້ເຫັນຄວາມສຳຄັນຂອງວຽກງານນີ້ ຖ້າມີໂອກາດ ຫຼື ມີການສະໜັບສະໜູນຕໍ່ໄປ ຄາດວ່າໃນປີ 2025 ນີ້ ເມືອງຂອງພວກເຮົາຈະໄດ້ຂະຫຍາຍການໂຄສະນາສຸຂະສຶກສາ ໃຫ້ໄປທຸກໂຮງຮຽນມັດທະຍົມຕົ້ນ ແລະ ມັດທະຍົມປາຍ ເພື່ອປູກຈິດສຳນຶກໃຫ້ນ້ອງນັກຮຽນ ໄດ້ຮັບຮູ້ ເຂົ້າໃຈ ແລະ ຮູ້ວິທີປ້ອງກັນ ທັງນີ້ ກໍເພື່ອປ້ອງກັນການຖືພາກ່ອນໄວອັນຄວນ. ສໍາລັບ ເມືອງປາກກະດິງ ມີບ້ານທັງໝົດ 47 ບ້ານ, ມີ 10.312 ຄອບຄົວ, ມີປະຊາກອນ 61.911 ຄົນ, ຍິງ 30.853 ຄົນ. ໃນນັ້ນ, ມີປະຊາກອນເປົ້າໝາຍສາທາລະນະສຸກ ເດັກເກີດມີຊີວິດ 1.304 ຄົນ, ເດັກລຸ່ມ 1 ປີ ມີ 1.263 ຄົນ, ເດັກລຸ່ມ 1-4 ປີ ມີ 2.480 ຄົນ, ເດັກລຸ່ມ 5 ປີ ມີ 6.372 ຄົນ, ແມ່ຍິງ 15-45 ປີ ມີ 16.035 ຄົນ, ແມ່ຍິງຈະເລີນພັນ 15-49 ປີ ມີ 17.114 ຄົນ ແລະ ແມ່ຍິງຈະເລີນພັນ 15-45 ປີ ທີ່ແຕ່ງງານມີ 12.830 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ