ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ສະຫຼຸບວຽກງານ ປກຊ-ປກສ 4 ແຂວງ ແລະ 1 ກອງພົນ
ເວລາອອກຂ່າວ: 2025-01-10 12:16:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 706 | ຄວາມນິຍົມ:



ວັນທີ 9 ມັງກອນ 2025 ນີ້, ແຂວງອຸດົມໄຊ ຮັບກຽດເປັນເຈົ້າພາບເປີດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ ແລະ 1 ກອງພົນ (ແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ ແລະ ກອງພົນທີ 3) ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025, ຢູ່ທີ່ສະໂມສອນແຂວງ. ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງອຸດົມໄຊ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຜູ້ແທນຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ຄະນະປະຈຳພັກແຂວງ, ຄະນະພັກ-ຄະນະກອງບັນຊາການ ປກຊ-ປກສແຂວງອຸດົມໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານບົດສະຫຼຸບຕີລາຄາຄືນສະພາບການລວມ ແລະ ການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ ແລະ 1 ກອງພົນ ໃນໄລຍະ 1 ປີ ຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະກຳມະການ ປກຊ-ປກສ ສູນກາງ, ແຂວງ ໂດຍໄດ້ຮັບການຮ່ວມມືຈາກບັນດາອົງການຈັດຕັ້ງ, ອົງການປົກຄອງແຕ່ລະຂັ້ນ. ໃນນີ້, ຄະນະພັກ-ຄະນະກໍາມະການ ປກຊ-ປກສ 4 ແຂວງ, 1 ກອງພົນ ໄດ້ປະສານສົມທົບຮ່ວມກັນນໍາພາ-ຊີ້ນໍາ ບັນຊາຈັດຕັ້ງການເຄື່ອນໄຫວກວດກາຄືນເຂດຍຸດທະສາດ, ໄດ້ມີການສ່ອງແສງລາຍງານ, ແລກປ່ຽນຂໍ້ມູນ-ຂ່າວສານ, ດ້ານວຽກງານວິຊາສະເພາະ ແລະ ໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນມີຄວາມສະຫງົບໂດຍພື້ນຖານ. ສະແດງອອກໃນການຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງ, ເສດຖະກິດມີການພັດທະນາ ແລະ ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ, ກຳລັງ ປກຊ-ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນ. ສັງລວມແລ້ວຜ່ານການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານໄລຍະ 1 ປີຜ່ານມາ ສາມາດຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນລາວບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ພ້ອມກັນ ປະກອບສ່ວນຢ່າງແຂງແຮງເຂົ້າໃນການເຮັດໜ້າທີ່ ປກຊ-ປກສ ຢູ່ຂັ້ນທ້ອງຖິ່ນຂອງຕົນຢ່າງເປັນຂະບວນຟົດຟື້ນກວ້າງຂວາງຕໍ່ເນື່ອງ. ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄຳເຫັນ, ແລກປ່ຽນບົດຮຽນກ່ຽວກັບດ້ານດີຜົນງານ ແລະ ບາງຈຸດຄົງຄ້າງໃນການ ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ກົມກອງ, ທ້ອງຖິ່ນຂອງຕົນຢ່າງກົງໄປກົງມາ ແລະ ເປັນເອກະສັນຮັບຮ້ອງເອົາທິດທາງແຜນການໃນຕໍ່ໜ້າ ເພື່ອພ້ອມກັນຈັດຕັ້ງປະບັດໃຫ້ມີໝາກຜົນ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ ສອງກຳລັງ ປກຊ-ປກສ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕາມແນວທາງຂອງພັກ, ມະຕິ, ຄຳສັ່ງ ຂອງຂັ້ນເທິງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ຕິດພັນກັບການສ້າງພະລາທິການກັບທີ່ ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທ່າແຮງທີ່ມີ ເພື່ອສ້າງແຂວງ ແລະ ກົມກອງຂອງຕົນຮັບຜິດຊອບໃຫ້ມີໃບໜ້າອັນໃໝ່ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ. ໂດຍ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ