ປະກາດແຕ່ງຕັ້ງຂັ້ນ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະແນກການ ຢູ່ກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2025-01-10 12:02:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 389 | ຄວາມນິຍົມ:
ພິທີປະກາດການແຕ່ງຕັ້ງຫົວໜ້າກົມ, ຮອງຫົວໜ້າກົມເຕັກນິກເຫຼົ່າຮົບ ແລະ ພະແນກການ ທີ່ຂຶ້ນກັບກົມໃຫຍ່ເຕັກນິກ ໄດ້ຈັດຂຶ້ນ ວັນທີ 9 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະກົມ, ຄະນະຫ້ອງການ, ບັນດາພະແນກການ ຕະຫຼອດຮອດພະນັກງານ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເຂົ້າຮ່ວມ.
ສະຫາຍ ພັນເອກ ລຽນວິໄລ ພັນທອງຄໍາ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກ ໄດ້ຜ່ານຂໍ້ຕົກລົງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ, ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ດາວວອນ ພົມມະວົງ ເປັນຫົວໜ້າກົມເຕັກນິກເຫຼົ່າ
ຮົບ, ສະຫາຍ ພັນເອກ ວຽງຄຳຫຼ້າ ແພງປັນຍາ ເປັນຮອງຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ. ຜ່ານຂໍ້ຕົກລົງ ກົມໃຫຍ່ເຕັກນິກກອງທັບ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ໃນນີ້, ໄດ້ຍົກຍ້າຍ ສະຫາຍ ພັນໂທ ສຸວັນທອນ ສົມຟອງບຸດຕະຂັນ ຮອງຫົວໜ້າພະແນກໂຄສະນາ ຫ້ອງການເມືອງ ກົມໃຫຍ່ເຕັກນິກ ໄປໃຫ້ຫ້ອງການກົມໃຫຍ່ເຕັກນິກ ພ້ອມທັງແຕ່ງຕັ້ງ ສະຫາຍ ພັນໂທ ສຸວັນທອນ ສົມຟອງບຸດຕະຂັນ ເປັນຮອງຫົວໜ້າພະແນກຂາອອກ-ຂາເຂົ້າຫ້ອງການ ກົມໃຫຍ່ເຕັກນິກ, ທັງແຕ່ງຕັ້ງໃຫ້ເປັນເລຂາສະເພາະຂອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ແຕ່ງຕັ້ງ ສະຫາຍ ພັນຕີ ລຳເງິນ ວອນເທວາ ເປັນຮອງຫົວໜ້າພະແນກໂຄສະນາ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ.
ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງພ້ອມກັນຍົກສູງ ຄວາມຮັບຜິດຊອບຕໍ່ໜ້າການເມືອງຂອງຕົນ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ໜັກແໜ້ນ ເຂັ້ມແຂງ ຮອບດ້ານ, ພ້ອມກັນສືບຕໍ່ປັບປຸງກໍ່ສ້າງເຫຼົ່າຮົບເຕັກນິກໃຫ້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນໄປຢ່າງຕໍ່ເນື່ອງ, ປະຕິບັດຫຼັກການລວມສູນ ປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ສ້າງຄວາມສາມັກຄີພາຍໃນໃຫ້ເປັນເອກະພາບ, ເພື່ອເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ