ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ນັອດ​ຕິ້ງ​ແຮມ ຟໍ​ເຣ​​ັສ ຈາກ​ທີມ​ໜີ​ຕົກ​ຊັ້ນ ກາຍເປັນ​ທີມ​ມີ​ໂອກາດ​ລຸ້ນ​ແຊັມ ພຣີ​ເມຍ​ລີກ
ເວລາອອກຂ່າວ: 2025-01-09 09:08:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ:



ນັອດ​ຕິ້ງ​ແຮມ ຟໍ​ເຣ​​ັສ ພາຍ​ໃຕ້​ການ​ຄຸມ​ທີມ​ຂອງ ນູ​ໂນ້ ເອ​​ັສ​ປີ​ຣີ​ໂຕ້ ຊານ​ໂຕ້ ພາ​ເຈົ້າ​ປ່າ ມາ​ດີ​ແບບ​ບໍ່​ຄາດ​ຄິດ, ຫລ້າ​ສຸດ​ບຸກໄປ​ຍາດ​ໄຊຊະນະ​ເໜືອ​ທີມ​ເກົ່າ ວູ​​ຟ​ແທມ​ຕັນ ວັນ​ເດີ​ເຣີ 3-0 ປະຕູ ເກັບ​ເພີ່ມ​ເປັນ 40 ຄະແນນ ຈາກ 20 ນັດ ຢູ່​ອັນ​ດັບ 3 ຄະແນນ​ເທົ່າ​ກັບ ອາ​ເຊນ​​ອລ ອັນ​ດັບ 2 ຕາມ​ຫລັງ ລີ​ເວີ​ພູ​​ລ ທີມ​ນຳ 6 ຄະແນນ. ໃນ 2 ລະດູ​ການ​ຜ່ານ​ມາ ນັບ​ຕັ້ງແຕ່ ນັອດ​ຕິ້ງ​ແຮມ ຟໍ​ເຣ​​ັສ ເລື່ອນ​ຊັ້ນ​ກັບ​ຄືນ​ສູ່ ພຣີ​ເມຍ​ລີກ ລະດູ​ການ 2022-2023 ໄດ້​ອັນ​ດັບ​ທີ16, ລະດູ​ການ​ຕໍ່​ມາ ໄດ້​ອັນ​ດັບ​ທີ 17 ຕົກ​ຊັ້ນ​ແບບ​ຫວຸດ​ຫວິດ, ແຕ່​ຜົນງານ​ລະດູ​ການ​ນີ້ ອອກໂຕ​ດີ​ສຸດ​ໃນ​ປະຫວັດສາດ​ການ​ຫລິ້ນ​ໃນ​ສັງວຽນ ພຣີ​ເມຍ​ລີກ ລຸ້ນ​ໂຄ​ຕ້າ​ບານ​ເອີ​ຣົບ​ເຕັມ​ໂຕ ລວມ​ໄປ​ເຖິງ​ການ​ລຸ້ນ​ແຊັມ, ເຖິງ​ວ່າ​ໃນ​ທາງ​ປະຕິບັດ​ບໍ່​ງ່າຍ ແຕ່​ມາ​ໄດ້​ເຖິງ​ຈຸດ​ນີ້ ບໍ່​ມີ​ທີມ​ໃດ​ປະໝາດ​ແນ່ນອນ. ຂະນະ​ນີ້ ນັອດ​ຕິ້ງ​ແຮມ ຟໍ​ເຣ​​ັສ ຊະນະ​ໃນ​ເກມ​ລີກ 6 ນັດ​ລວດ ແລະ ຮັກສາ​ຖານະ ບໍ່​ເສຍ​ປະຕູ 4 ນັດ​ຫຼັງ​ສຸດ ເຊິ່ງ​ການ​ຊະນະ​ໃນ​ລີກ 6 ນັດ​ຕິດຕໍ່​ກັນ​ຄັ້ງ​ນີ້ ເຮັດ​ໄດ້​ອີກ​ຄັ້ງ​ໃນ​ຮອບ 58 ປີ ຕໍ່​ຈາກ​ປີ 1967. ເປັນ​ໜຶ່ງ​ທີມ​ທີ່​ເກົ່າ​ແກ່​ໃນ​ອັງກິດ ມີ​ອາຍຸ​ການ​ເຖິງ 160 ປີ ເຄີຍ​ເປັນ​ແຊັມ​ລີກ​ສູງ​ສຸດ​ມາ​ແລ້ວ 1 ສະໄໝ ລະດູ​ການ 1977-1978 ສະໄໝ​ຊື່​ເກົ່າ First Division, ນອກຈາກ​ນີ້, ຍັງ​ເຄີຍ​ໄດ້​ແຊັມ ເອ​​ັຟ​ເອ​ຄັບ 2 ສະໄໝ, ລີກ​ຄັບ 4 ສະໄໝ, ຢູ​ໂຣ​ປ້ຽນ​ຄັບ ຫລື ຢູ​ຟ່າ ແຊັມ​ປຽນ​ລີກ ອີກ 2 ສະໄໝ, ຢູ​ໂຣ​ປຽນ ​ຊຸບ​ເປີ​ຄັບ ອີກ 1 ສະໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ