
ທີມຊາດຫວຽດນາມ ໄດ້ແຊັມເຕະບານອາຊຽນ AFF Mitsubishi Electric Cup 2024
ເວລາອອກຂ່າວ: 2025-01-07 09:14:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 267 | ຄວາມນິຍົມ:
ຕອນແລງວັນທີ 5 ມັງກອນ 2025 ເວລາ 20:00 ໂມງ ຕາມເວລາໃນອາຊຽນ, ລາຍການເຕະບານຊີງແຊັມອາຊຽນ ປະຈຳປີ 2024 ລະຫວ່າງທີມຊາດຫວຽດນາມ ລົງສະໜາມພົບກັບ ທີມຊາດໄທ ທີ່ສະໜາມຣາຊະມັງກິລາສະຖານ ປະເທດໄທ ໃນນັດທີ 2 ເຊິ່ງຫວຽດນາມ ຍັງຮັກສາຄວາມເກັ່ງຊະນະຕະຫຼອດລະດູການຢ່າງຍອດຍ້ຽມ ໃນຖານະຮອງແຊັມ ເອົາຊະນະ ທິມຊາດໄທ ແຊັມເກົ່າ 3-2 ປະຕູ, ລວມຜົນ 2 ນັດ ຫວຽດນາມ ຊະນະ ໄທ 5-3 ປະຕູ ຄວ້າແຊັມ AFF Mitsubishi Electric Cup 2024 ແລະ ກາຍເປັນແຊັມ ສະໄຫມທີ 3 ຕໍ່ຈາກປີ 2008, 2018.
ບັນຍາກາດໂດຍລວມຂອງນັດຊີງແຊັມ ທັງສອງທີມແມ່ນຜັດປ່ຽນບຸກໃສ່ກັນຢ່າງມ່ວນມັນ ໂດຍສະເພາະແມ່ນທີມໄທ ທີ່ມີປະຕູຕາມຫຼັງຫວຽດນາມ 2-1 ຈາກນັດທີ 1 ທີ່ແຂ່ງຢູ່ຫວຽດນາມ. ມານັດນີ້ຫຼີ້ນຢູ່ໄທ ແລະ ໄທ ກໍຫວັງພິກເກມກັບມາເອົາຊະນະແຊງຫວຽດນາມ ຍາດເອົາແຊັມໃຫ້ໄດ້. ພໍເປີດເກມມາພຽງ 7 ນາທີ ໝາຍເລກ 10 ຕວານຮາຍ ກໍມາຍິງໃຫ້ຫວຽດນາມນຳຂຶ້ນກ່ອນ 1-0 ປະຕູ, ຈາກນັ້ນ ເຮັດໃຫ້ໄທຕ້ອງເລັ່ງບຸກໜັກຂຶ້ນ ແລະມາຕີສະເໝີໄດ້ 1-1 ໃນນາທີ 27 ຈາກເດວິສ, ນາທີ 30 ກອງໜ້າໂຕເກັ່ງ ຫງວຽນ ຊວນເຊິນ ໂຊກຮ້າຍ ເປີດບານເສຍຈັງຫວະ ລົ້ມຜິດທ່າຈົນເຈັບຫົວເຂົ່າ ຖືກປ່ຽນອອກກະທັນຫັນ ແລະ ຈົບເຄິ່ງເວລາທຳອິດ ສະເໝີກັນ 1-1 ປະຕູ.(ຜົນປະຕູລວມ ຫວຽດນາມ ນໍາ 3-2)
ເຂົ້າສູ່ເຄິ່ງເວລາຫຼັງ ໄທບຸກໜັກ ແລະມາໄດ້ປະຕູທີ 2 ໃນນາທີ 63 ຈາກ ສຸກພະໂຊກ 2-1, ຖັດມານາທີ 81 ໄທສະກັດບານພາດເຂົ້າປະຕູໂຕເອງ ກາຍເປັນ 2-2 ປະຕູ, ຈົບ 90 ນາທີ ສະເໝີກັນ 2-2 ແຕ່ຜົນປະຕູ ຫວຽດນາມ ຍັງນໍາ 4-3. ກ້າວເຂົ້າສູ່ໄລຍະຕໍ່ເວລາບາດເຈັບລວມ 20 ນາທີ ແລະ ໃນນາທີສຸດທ້າຍ ຫວຽດນາມ ມາຍິງປິດເກມ ຈາກໝາຍເລກ 24 ຫາຍລອງ ຈົບເກມ ທີມຊາດຫວຽດນາມ ຊະນະໄປແບບສະຫງ່າງາມ 3-2 ປະຕູ, ລວມຜົນ 2 ນັດ ຫວຽດນາມ ຊະນະ ໄທ ໄດ້ຢ່າງເດັດຂາດ 5-3 ປະຕູ ຍາດໄດ້ແຊັມ AFF Mitsubishi Electric Cup 2024 ໄປຄອງເປັນສະໄໝທີ 3 ຢ່າງສົມສັກສີ. (ຂໍຊົມເຊີຍຈາກໃຈ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ