ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ໂຮງໝໍ​ບໍລິເວນ 107 ສຳເລັດການອົບຮົມ ປະຈຳ​ປີ 2024
ເວລາອອກຂ່າວ: 2024-12-05 09:16:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 392 | ຄວາມນິຍົມ:



ທ້າຍ​ເດືອນ​ຕຸລາ ຫາ ເດືອນ​ພະຈິກ 2024 ນີ້, ໂຮງ​ບໍລິເວນ 107 ໄດ້​ສຳເລັດ​ການ​ອົບຮົມ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໄພ​ວັນ ຈັນທະ​ສຸກ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ອຳນວຍ​ການ​ໂຮງໝໍ​ບໍລິເວນ 107 ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ, ມີ​ບັນດາ​ຫົວໜ້າ​ພະ​ແນກ-ຂະ ແໜງການ​ ຕະຫຼອດ​ຮອດ​ພະນັກ ງານ-ນັກຮົບ​ທົ່ວ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສົມ​ພອນ ພວງ​ແກ້ວ ຮອງ​ຫົວໜ້າ​ພະແນກ ການ​ເມືອງ ໄດ້​ຜ່ານ​ຄຳ​ສັ່ງ​ແນະ ນຳ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການຈັດຕັ້ງ​ອົບ ຮົມ​ການເມືອງ ປະຈຳ​ປີ 2024 ເພື່ອ​ຮັບປະກັນ​ການ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ເຮັດ​ໃຫ້​ພະນັກງານ-ນັກຮົບ ເຊື່ອມ​ຊຶມ​ຕໍ່​ລະບຽບ​ວິໄນ​ຂອງ​ກອງທັບ, ກົດໝາຍ​ຂອງ​ລັດ. ໃນ​ການ​ອົບຮົມ​ຄັ້ງ​ນີ້​ໄດ້​ແບ່ງ​ອອກ​ເປັນ 3 ໄລຍະ ເຊິ່ງ​ມີ 3 ຂົງເຂດ​ວຽກ​ງານ​ຫຼັກ​ຄື: ຂົງເຂດ​ວຽກ​ງານ​ການເມືອງ ອົບຮົມ​ກ່ຽວ​ກັບ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ, ປັດ​ຊະ​ຍາ, ລັດ ແລະ ກົດໝາຍ, ຂົງເຂດ​ວິຊາ​ສະເພາະ​ເຕັກນິກ​ການ​ແພດ ອົບຮົມ​ກ່ຽວ​ກັບ​ກົດໝາຍ ວ່າ​ດ້ວຍ​ການ​ປິ່ນປົວ (ສະບັບ​ປັບປຸງ) ປະກອບ​ມີ 10 ໝວດ 78 ມາດຕາ, ຂົງເຂດ​ວຽກ​ງານ​ພະລາທິການ-ເຕັກນິກ​ອົບຮົມ​ກ່ຽວ​ກັບ​ໜ້າທີ່​ພື້ນຖານ​ຂອງ​ວຽກ​ງານ​ພະລາທິການ, ຫຼັກການ​ພື້ນຖານ​ຂອງ​ວຽກ​ງານ​ພະລາທິການ ແລະ ຂໍ້​ກຳນົດ ວ່າ​ດ້ວຍ​ການ​ຄຸ້ມ​ຄອງເບີກ​ຈ່າຍ​ວັດຖຸ ແລະ ການ​ນຳ​ໃຊ້​ພາຫະນະ​ເຕັກນິກ​ຂອງ​ກະຊວງ​ປ້ອງ​ກັນ ​ປະເທດ ແລະ ກົມ​ໃຫຍ່​ພະລາ ທິການ​ກອງທັບ​ວາງ​ອອກ. ໃນ​ການ​ເຜີຍແຜ່ ໂດຍ​ແມ່ນ​ຄະນະ​ພັກ-ຄະນະ​ບັນຊາ ແລະ ວິຊາ​ການ​ທີ່​ຮັບຜິດຊອບ​ເປັນ​ຜູ້​ຂຶ້ນ​ຫ້ອງ​ເຜີຍແຜ່​ບັນດາ​ເອກະສານ​ດັ່ງກ່າວ. ໂດຍ: ນາງ ສຸ​ລິ​ຈັນ ພັດທະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ