ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ກອງພັນ​ໃຫຍ່ 279 ມອບ​ເງິນ​ໃຫ້​ນາຍ​ທະຫານ ​ທີ່​ພັກ​ການ ຮັບ​ບຳນານ
ເວລາອອກຂ່າວ: 2024-12-05 09:15:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 528 | ຄວາມນິຍົມ:



ວັນ​ທີ 26 ພະຈິກ ປີ 2024 ກອງພັນ​ໃຫຍ່ 279 ມອບ​ເງິນ​ໃຫ້​ນາຍ​ທະຫານ ​ທີ່​ພັກ​ການ ຮັບ​ບຳນານ ອີງ​ຕາມ​ຕາມ​ກົດໝາຍ ວ່າ​ດ້ວຍ​ນາຍ​ທະຫານ ​ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ); ອີງ​ຕາມ​ກົດໝາຍ ວ່າ​ດ້ວຍປະກັນ​ສັງຄົມ (ສະບັບ​ປັບປຸງ); ອີງ​ຕາມ​ການ​ຄົ້ນຄວ້າ ແລະ ນຳ​ສະເໜີ​ຂອງ​ກົມ​ໃຫຍ່​ການເມືອງ, ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະ​ທານ ພັກ​ການ ຮັບ​ບຳ ນານ ຈຳນວນ 1 ສະຫາຍ ຄື: ສະຫາຍ ພັນ​ຕີ ຫງຽນ ຈິດ​ຕະ​ພົນ ພັກ​ການ ຮັບ​ເງິນ​ອຸດ​ໜູນ​ບຳນານ ຈຳນວນ 17.657.650 ກີບ, ໂດຍ​ມີ ສະຫາຍ ພັນ​ເອກ ບຸນ​ຍັງ ແກ້ວ​ດາມ​ສີ ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 279, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ເຊິ່ງ​ຈຳນວນ​ເງິນ​ດັ່ງກ່າວ​ມອບ​ໃຫ້​ເພື່ອ​ເປັນ​ທຶນຮອນ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ສອດ ຄ່ອງ​ເໝາະ​ສົມ. ການ​ມອບ​ເງິນນະໂຍບາຍ​ຄັ້ງ​ນີ້​ເປັນ​ການ​ປະຕິບັດ​ນະໂຍ ບາຍ​ລວມ​ຂອງພັກ-ລັດ​ທີ່​ມີ​ຕໍ່​ນາຍ ແລະ ພົນ​ທະຫານ​ໃນ​ຖັນ​ແຖວ​ກອງທັບ​ປະຊາຊົນ​ລາວ​ທີ່​ ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ປະເທດ​ຊາດກໍ​ຄື​ກົມ​ກອງ​ຕາມ​ໜ້າທີ່​ວຽກ​ງານ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຕະຫຼອດ​ໄລຍະ​ຜ່ານມາ ທັງ​ເປັນ ​ການ​ປະຕິບັດ​ຕາມ​ການ​ຕົກລົງ​ ຂອງ​ກະຊວງ​ປ້ອງ​ກັນປະເທດ ວ່າ​ດ້ວຍ​ການ​ຕອບ​ບຸນ​ແທນ​ຄຸນ​ ທີ່​ສະຫາຍ​ໄດ້​ເສຍ ສະຫຼະ​ແຮງ​ກາຍ​ສະຕິ​ປັນຍາ​ຂອງ​ຕົນ ເພື່ອ ​ພາລະກິດ​ປົກ​ປັກ​ຮັກສາ​ປະເທດ​ ຊາດ ກໍ​ຄື​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ. ໂດຍ: ນ໋ອດ ແສນ​ຈົງ​ຮັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ