ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ປາຖະກະຖາວັນສໍາຄັນປະຫວັດສາດຂອງຊາດ
ເວລາອອກຂ່າວ: 2024-12-04 15:10:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2103 | ຄວາມນິຍົມ:



ໃນວັນທີ 4 ທັນວາ 2024 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ປາຖະກະຖາວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ( 2 ທັນວາ 1975 - 2 ທັນວາ 2024 ) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ( 13 ທັນວາ 1920 - 13 ທັນວາ 2024 ). ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ຫົວໜ້າພະແນກການ, ກົມກອງຂຶ້ນກັບ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ໄດ້ເລົ່າຫວນຄືນມູນເຊື້ອເຖິງຄວາມໝາຍ, ຄວາມສຳຄັນຂອງວັນຊາດ ທີ 2 ທັນວາ ເຊິ່ງເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ທີ່ຍືດເຍື້ອຍາວນານ ຢ່າງລະອິດລະອ້ຽວ ພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ສະຫຼາດສ່ອງໃສ, ເຊິ່ງພັກເຮົາໄດ້ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າລຸກຮືຂຶ້ນ ຕ້ານສັດຕູຜູ້ຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດທັງແບບເກົ່າ, ແບບໃໝ່ຢ່າງອົງອາດກ້າຫານ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເຊິ່ງເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ພ້ອມດຽວກັນນີ້, ຍັງໄດ້ຍົກໃຫ້ເຫັນມູນເຊື້ອການເຄື່ອນໄຫວໃນແຕ່ລະໄລຍະຂອງປະທານ ໄກສອນ ພົມວິຫານ ເຊິ່ງທ່ານແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຮັກຫຼານແພງຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກຮົບປະຕິວັດທີ່ດີເລີດ ທັງເປັນຜູ້ນໍາສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິກອັນແຫຼມຄົມ ແລະ ມີນໍ້າໃຈຕໍ່ສູ້ອັນເດັດດ່ຽວໜຽວແໜ້ນ ເປັນວີລະບູລຸດແຫ່ງຊາດລາວ, ເຊິ່ງລູກຫຼານຮຸ່ນໃໝ່ຄວນຕັ້ງໜ້າຮໍ່າຮຽນເອົາແບບຢ່າງອັນດີງາມ ແລະ ຄຸນສົມບັດສິນທໍາປະຕິວັດຂອງປະທານ ໄກສອນ ພົມວິຫານ ຕ້ອງໄດ້ຍົກສູງສະຕິຕື່ນຕົວປະຕິບັດຢ່າງເປັນເຈົ້າການ ນັ້ນແມ່ນການຍຶດໝັ້ນອຸດົມການສັງຄົມນິຍົມ, ມີມະນະຈິດອົດທົນ ຜ່ານຜ່າອຸປະສັກນາໆປະການ ເຮັດສຳເລັດໜ້າທີ່ຢ່າງສຸດກົກສຸດປາຍ, ມີນໍ້າໃຈຮັກຊາດອັນດູດດື່ມເພື່ອປະເທດຊາດ ແນໃສ່ເຮັດໃຫ້ພະນັກງານ-ນັກຮົບທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີໃບໜ້າອັນໃໝ່ຢ່າງຈົບງາມ. ການປາຖະກະຖາຄັ້ງນີ້ ກໍເພື່ອເປັນການໂຄສະນາ, ສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ, ພະນັກ ງານ-ນັກຮົບໃນກົມກອງຂອງຕົນ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງຕໍ່ມູນເຊື້ອ ແລະ ໄຊຊະນະປະຫວັດສາດຕໍ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ທັງເປັນການເພີ່ມທະວີ ຄົ້ນຄວ້າສຶກສາຮໍ່າຮຽນເອົາມູນເຊື້ອປະຕິວັດ, ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ແບບແຜນວິທີເຮັດວຽກແນວຄິດຂອງປະທານ ໄກສອນ ພົມວິຫານ, ມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ ພ້ອມກັນຕີຕ້ານທຸກປະກົດການຫຍໍ້ທໍ້ໃນກົມກອງ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ເພີ່ມທະວີປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ພັກ-ລັດມອບໝາຍໃຫ້. ໂດຍ: ວຽງສີ ແກ້ວກອງສຸດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ