ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ສຸມ​ໃສ່​ເຝີກ​ຊ້ອມ​ຕາມ​ແຜນການ​ຢ່າງ​ຕັ້ງໜ້າ
ເວລາອອກຂ່າວ: 2024-11-28 09:07:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2311 | ຄວາມນິຍົມ:



ສະຫາຍ ພັນ​ໂທ ຄຳ​ຜາຍ ອ້ວນ​ວິໄລ ຮອງ​ຫົວໜ້າ​ກົມ​ອົບຮົມກົມ​ໃຫຍ່​ເສນາ​ທິ​ການ​ກອງ ທັບປະຊາຊົນ​ລາວ, ຫົວໜ້າ​ຄະ ນະຊີ້​ນຳ​ການ​ເຝິກຊ້ອມ​ກອບ​ກູ້​ ໄພພິບັດ 3 ກອງທັບ ລາວ, ຫວຽດນາມ, ກຳປູເຈຍ ໄດ້​ໃຫ້​ຮູ້​ວ່າ: ພາຍຫຼັງ​ເປີດ​ພິທີການ​ເຝິກ​ຊ້ອມ​ເປັນ​ທາງ​ການ ກຳລັງ​ເຝີກ​ຊ້ອມ​ກອບ​ກູ້​ໄພພິບັດ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ໄດ້​ພ້ອມ​ກັນ​ສຸມ​ໃສ່​ເຝິກ​ຊ້ອມ​ຕາມ​ແຜນການ​ຢ່າງ​ຕັ້ງໜ້າ ແລະ ຄະນະ​ຊີ້​ນຳ ​ໄດ້​ເອົາໃຈໃສ່​ຢ່າງ​ໃກ້ຊິດ, ຕິດຕາມ ແລະ ເຂົ້າ​ຮ່ວມ​ປຶກສາ​ຫາລື​ແລກປ່ຽນ​ບົດຮຽນ, ປະສານ​ງານກັບຄະນະ​ຊີ້​ນຳ​ຂອງ​ກອງທັບ​ເພື່ອນ ກ່ຽວ​ກັບ​ແຜນການເຄື່ອນໄຫວ​ຫັດ​ແອບ​ໃນ​ແຕ່​ລະ​ວັນ ເພື່ອ​ນຳ​ມາ​ເຜີຍແຜ່, ມອບ​ໝາຍ ໃຫ້​ກໍາລັງ​ຂອງ​ຕົນ ພ້ອມ​ກັນ​ເຄື່ອນ​ໄຫວ​ຫັດ​ແອບ​ຕາມ​ແຜນການ​ເຝິກ​ຊ້ອມ​ໃນ​ແຕ່​ລະ​ວັນ​ຢ່າງ​ເຂັ້ມ​ງວດ ນອກ​ນັ້ນ, ກຳລັງ​ກອງທັບ​ປະຊາຊົນ​ລາວ​ ​ໄດ້​ເອົາໃຈໃສ່​ປະຕິ ບັດ​ຂໍ້​ກຳນົດ, ກົດ​ລະບຽບ, 7 ລະບອບ 18 ວຽກ ຂອງ​ກອງທັບ ເຮັດ​ໃຫ້​ກຳລັງ​​ທີ່​ເຂົ້າ​ຮ່ວມ​ເຝິກ​ຊ້ອມ​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ, ເປັນ​ລະບຽບຮຽບ​ຮ້ອຍ ແລະ ມີ​ຄວາມ​ຮັບ​ຜິດ​ສູງ​ຕໍ່ໜ້າ​ທີ່​ການເມືອງ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ ໃນ​ການ​ປະສານ​ສົມທົບ, ຍາດ​ແຍ່ງ​ເອົາ​ບັນ​ດາ​ບົດຮຽນ ທາງ​ດ້ານ​ການ​ກອບ​ກູ້-ຊ່ວຍເຫຼືອ​ຜູ້​ປະສົບ​ໄພ​ທາງ​ທຳ​ມະ​ຊາດ ແລະ ການ​ນຳ​ໃຊ້​ໜ່ວຍ​ແພດ​ສຸກ​ເສີນຮ່ວມ​ກັນ​ ເພື່ອເຮັດ​ໜ້າທີ່​ປິ່ນ​ປົວ​ຜູ້​ຖືກ​ບາດ ເຈັບດ້ວຍ​ຫຼາຍ​ຂະ​ໝາດ, ຫຼາຍລະ ດັບທີ່​ແຕກ​ຕ່າງ​ກັນ​ຢ່າງ​ຊຳນິ​ຊຳ ນານ. ສະຫາຍ ພັນ​ໂທ ຄຳ​ຜາຍ ອ້ວນ​ວິໄລ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ການ​ຝີກ​ຊ້ອມ​ໃນ​ຄັ້ງ​ນີ້ ໄດ້​ແບ່ງ​ອອກ​ເປັນ 3 ຄຸງ​ຫັດ​ແອບ​ຄື: ຄຸງ​ຜູ້​ບັນຊາ​ການ​ລວມ, ຄຸງ​ປະຕິບັດ​ການ​ກອບ​ກູ້-ຊ່ວຍເຫຼືອ​ຜູ້​ປະສົບ​ໄພ​​ອາຄານ​ຖະ​ຫຼົ່ມ ແລະ ຄຸງ​ປະຕິບັດ​ການ​ຊ່ວຍເຫຼືອທາງ​ດ້ານ ​ການ​ແພດ ໃນ​ນີ້, ໄດ້​ແບ່ງ​ອອກ​ເປັນ 2 ເນື້ອ​ໃນ​ໃຫຍ່ ຄື: ການ​ຊອກ​ຄົ້ນ​ຜູ້​ປະສົບ​ໄພ​ພາຍ​ໃນ​​ ອາຄານ​ຖະ​ຫຼົ່ມ ໄດ້​ນຳ​ໃຊ້ກຳລັງ ​ຊ່າງ​ແສງ ສົມທົບ​ກັບ​ກຳລັງ​ ກອງ ທັບ​ເພື່ອນ ຈັດ​ຕັ້ງ​ເປັນ 3 ໜ່ວຍ​ຄື: ໜ່ວຍ​ຊອກ​ຄົ້ນ, ໜ່ວຍ​ກອບ​ກູ້ ແລະ ໜ່ວຍ​ນຳ​ໃຊ້​ເຄື່ອງ ມື​ກົນ​ຈັກ​ໜັກ. ສ່ວນ​ເນື້ອ​ໃນ​ປະ ຕິບັດ​ການ​ຊ່ວຍເຫຼືອ​ທາງ​ດ້ານ​ການ​ແພດ ​ໄດ້​ສົມທົບ​ກັບ​ກຳລັງ​ເສນາ​ຮັກ ຂອງ​ກອງທັບ​ເພື່ອນ ໃຫ້​ຊ່ວຍເຫຼືອ ແລະ ກອບ​ກູ້​ຜູ້​ບາດເຈັບ ເນື່ອງ​ຈາກ​ອາຄານ​ຖະ​ຫຼົ່ມ ໂດຍ​ຈັດ​ຕັ້ງ​ໜ່ວຍ​ແພດ​ສຸກ​ເສີນ​ສົມທົບ​ກັບ​ຊ່າງ​ແສງ​ຊອກ​ຄົ້ນ​ຜູ້​ປະສົບ​ໄພ ແລະ ບາດເຈັບ​ຈາກ​ອາຄານ​ຖະ​ຫຼົ່ມ ເພື່ອ​ຊ່ວຍ​ປະຖົມພະຍາບານ​ເບື້ອງ​ຕົ້ນ ແລະ ນຳ​ສົ່ງ​ຜູ້​ບາດເຈັບ ດ້ວຍ​ລົດ​ອາ​ບູ​ລັງ ໄປ​ຍັງ​ໂຮງໝໍ​ສະໜາມ​ຂັ້ນ 1, 2 ຄັດ​ແຍກ​ຜູ້​ເຈັບ​ໜັກ, ກາງ, ເບົາ ເພື່ອ​ປິ່ນ​ປົວ​ສຸກ​ເສີນ ແລະ ນຳ​ສົ່ງ​ຜູ້​ບາດເຈັບ​ໜັກ​ດ້ວຍ​ເຮລີ​ຄ໊ອບ​ເຕີ ໄປ​ໂຮງ​ໜໍ​ສະໜາມ​ແນວ​ຫຼັງ ຕາມ​ແຜນການ​ເຝິກ​ຊ້ອມ. ນອກ​ນັ້ນ, ຍັງ​ມີ​ຫຼາຍ​ກິດຈະກຳ​ປິ່ນ​ອ້ອມ ທີ່​ກຳລັງ​ເຝິກ​ຊ້ອມ 3 ກອງທັບ ຈະ​ໄດ້​ປະຕິບັດ​ຮ່ວມ​ກັນ ເຊັ່ນ: ການ​ແຂ່ງຂັນ​ກິລາ​ການ​ທະຫານ ແລ່ນ​ຂຶ້ນ​ພູ, ແລກ​ປຽນ​ທາງ​ດ້ານ​ສິລະ​ປະ-ວັນນະຄະດີ ແລະ ອື່ນໆ. ຜ່ານ​ການ​ເຝິກຊ້ອມ​ໃນ​ໄລ​​ະ​ຜ່ານ​ມາ​ເຫັນ​ວ່າ ຄະນະ​ຮັບຜິດຊອບ​ແຕ່​ລະ​ພາກສ່ວນ ໄດ້​ເອົາໃຈໃສ່​ຊີ້​ນຳ​ການ​ເຝິກ​ຊ້ອມ​ຢ່າງ​ເປັນ​ເຈົ້າ​ການ ແລະ ກຳລັງ​ກໍ​ມີ​ຄວາມ​ຫ້າວຫັນ, ມີ​ຄວາມ​ອົດທົນ​ໃນ​ການ​ຫັດ​ແອບ ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ພັກ-ລັດ ກໍ​ຄື​ກະຊວງ​ປ້ອງ​ກັນ​ປະເທດ​ມອບ​ໝາຍ​ໃຫ້ຢ່າງ​ຈົບງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ