ປະກາດການແຕ່ງຕັ້ງ ຮອງຫົວໜ້າ ຫ້ອງເສນາທິການ ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2024-11-28 09:04:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2601 | ຄວາມນິຍົມ:
ພິທີປະກາດແຕ່ງຕັ້ງຮອງ ຫົວໜ້າຫ້ອງເສນາທິການທະ ຫານແຂວງຫຼວງພະບາງ ໄດ້ຈັດ ຂຶ້ນວັນທີ 21 ພະຈິກ 2024 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະ ນັກງານຫຼັກແຫຼ່ງອົງການ 6 ຫ້ອງ, ກອງບັນຊາການທະຫານນະຄອນ, ກອງພັນ 415, ໂຮງຮຽນການທະຫານທ້ອງຖິ່ນ, ພະແນກການກ່ຽວຂ້ອງ ແລະພະນັກງານ-ນັກຮົບເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນໂທ ສົມໃຈ ສີສະຫວັດ ຮອງຫົວໜ້າ ຫ້ອງການເມືອງ ກອງບັນຊາ ການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູກອງບັນຊາການທະຫານແຂວງຫຼວງພະ ບາງ ພັກການ ກຽມຮັບບຳ ນານ, ໂດຍປະຕິບັດຕາມກົດ ໝາຍ ນາຍທະຫານ ກອງທັບປະຊາຊົນ ລາວ ໃນພາກທີ lll ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບບຳນານຂອງນາຍທະຫານ, ກະຊວງປ້ອງກັນປະເທດຕົກລົງອະນຸມັດໃຫ້ສະຫາຍ ພັນໂທ ບຸນລຽງ ລໍວັນຄຳ ຮອງຫົວໜ້າຫ້ອງເສນາທິການ ທະຫານແຂວງຫຼວງພະບາງ ພັກການ ກຽມຮັບບຳນານ, ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ຈັນເພັງ ໄຊອຸດົມ ເປັນຮອງຫົວ ໜ້າຫ້ອງເສນາທິການ ທະຫານແຂວງ, ສະຫາຍ ພັນໂທ ຄຳມອນ ສຸວັນຄຳ ເປັນຮອງຫົວໜ້າພະ ແນກການທະຫານທ້ອງຖິ່ນ, ສະຫາຍ ພັນຕີ ບຸນແພງ ທະລາດ ລີ ເປັນຊ່ວຍວຽກພະແນກຕີພິ ເສດ, ສະຫາຍ ພັນຕີ ອຳໄພວັນ ໂພທິວັນ ເປັນຊ່ວຍວຽກພະແນກສູ້ຮົບ ແລະ ສະຫາຍ ຮ້ອຍເອກ ແກ້ວພະກອນ ມະນີວົງ ເປັນຊ່ວຍວຽກພະແນກອົບອົມ.
ສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ໄດ້ໂອ້ລົມ ຍົກໃຫ້ເຫັນຄວາມຈຳເປັນພາວະວິ ໄສໃນການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ ເຊິ່ງເປັນກົດເກນແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງນາຍທະຫານ, ເປັນການປັບປຸງບູລະນະກົງຈັກການຈັດຕັ້ງໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນຮອບ ດ້ານ, ຕອບສະໜອງຕາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນໄລຍະໃໝ່ ພ້ອມທັງເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບ ການແຕ່ງຕັ້ງໜ້າທີ່ໃໝ່ ຍົກສູງບົດບາດຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ປັບປຸງແບບ ແຜນນຳພາ-ບັນຊາ ແລະ ວິທີ ເຮັດວຽກໃຫ້ມີຄວາມເປັນເອກະພາບໝູ່ຄະນະ, ຕິດພັນການກໍ່ ສ້າງພັກ-ກໍ່ສ້າງພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງຮອບ ດ້ານ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງດ້ານຄຸນສົມບັດ, ສິນທຳປະ ຕິວັດ ແລະ ສຸມສະຕິປັນຍາປະ ກອບສ່ວນສ້າງກົມກອງກ້າວຂຶ້ນເປັນກອງທັບປະຕິວັດ ມີແບບແຜນ ທັນສະໄໝ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ