ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ປິດ​ຊຸດ​ອົບຮົມ​ໄລຍະ​ສັ້ນ​ການ​ນຳ​ໃຊ້ ແລະ ສ້ອມແປງ ​ຣາ​ດາ P-18A
ເວລາອອກຂ່າວ: 2024-11-28 09:03:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2951 | ຄວາມນິຍົມ:



ພາຍຫຼັງ​ດຳເນີນ​ມາ​ເປັນ​ເວລາ 10 ເດືອນ, ການ​ອົບຮົມ-ຫັດ​ແອບ ໄລຍະ​ສັ້ນ ການ​ນຳ​ໃຊ້ ແລະ ສ້ອມແປງ ​ຣາ​ດາ P-18A ຢູ່ທີ່ວິທະຍາຄານ​ເຕັກນິກ​ການ ​ທະຫານ ໄດ້​ອັດ​ລົງ​ດ້ວຍ​ຜົນສຳ ເລັດ​ອັນ​ຈົບງາມ ໃນ​ວັນ​ທີ 20 ພະຈິກ 2024 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນຈັດຕະວາ ​ປອ ຟອງ​ສະໝຸດ ພົນທິ​ລາດ ຫົວໜ້າ​ກົມ​ເຕັກນິກ​ເຫຼົ່າ​ຮົບ ກົມ​ໃຫຍ່ເ​​ຕັກ​ນິກກອງ ທັບ, ມີ​ຄະນະ​ອຳນວຍການ ວິ ທະຍາຄານ​ເຕັກນິກ​ການ​ທະ ຫານ, ບັນດາ​ຜູ້ຕາງໜ້າ​ກົມ​ວິ ຊາ​ສະເພາະ​ທີ່​ກ່ຽວຂ້ອງ, ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່, ກອງພັນ​ ປ້ອງ​ກັນ​ອາກາດຕະ ຫຼອດ​ຮອດ​ພະນັກງານ​ຄູ-ອາ ຈານ ພ້ອມ​ດ້ວຍ​​ນັກ​ເຝິກອົບຮົມ​ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ສີ​ສົມພອນ ໃບ​ສີ ຮອງ​ຫົວໜ້າ​ກົມ​ເຕັກນິກ​ເຫຼົ່າ​ຮົບ ກົມ​ໃຫຍ່​ເຕັກນິກ​ກອງ ທັບ ໄດ້​​ຜ່ານ​ບົດ​ສະຫຼຸບ​ການ​ ເຝິກອົບຮົມ​ການ​ນຳ​ໃຊ້-ສ້ອມ ແປງ​ຣາ​ດາ P-18A ໄລຍະສັ້ນ ​ຊຸດ​ທີ 1 ເຊິ່ງ​ບັ້ນ​ເຝິກອົບຮົມ​ດັ່ງກ່າວ ໄດ້​ເລີ່ມ​ດຳເນີນ​ນັບແຕ່​ວັນ​ທີ 1 ກຸມພາ-20 ພະຈິກ 2024 ນີ້. ມີ​ນັກ​ເຝິກອົບຮົມຈຳ ນວນ 10 ສະຫາຍທີ່​ມາຈາກ ກຳລັງ​ຫຼວງ ແລະ ກຳລັງທ້ອງ ຖິ່ນ​ໃນ​ທົ່ວ​ກອງທັບ. ຜ່ານການ​ ເຝິກອົບຮົມເຫັນ​ວ່າ​ ນັກ​ເຝິກອົບ ຮົມ​ແຕ່​ລະ​ສະຫາຍ​ສາມາດ​ເຂົ້າ ໃຈ​ເນື້ອ​ໃນ​ບົດຮຽນ ​ທັງ​ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ ສາມາດ​ບັນລຸ​ຄາດໝາຍ 80% ຂຶ້ນ​ໄປ ໃນ​ນັ້ນ, ​ຄັດ​ເລືອກ​ໄດ້​ນັກຮຽນ​ດີ-ຮຽນ​ເກັ່ງ​ ຈຳນວນ 3 ສະຫາຍ. ຈາກນັ້ນ, ໄດ້ມອບ​ໃບຢັ້ງຢືນ​ແກ່​ນັກ​ເຝິກອົບຮົມ ​ຢ່າງ​ສົມ​ກຽດ. ໂອກາດ​ນີ້, ສະຫາຍ ພົນຈັດຕະວາ ປອ ຟອງ​ສະໝຸດ ພົນ​ທິ​ລາດ ໄດ້​ ເນັ້ນ​ໜັກ​ໃຫ້​ບັນດາ​ນັກ​ເຝິກອົບຮົມ ຈົ່ງ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​-ນໍາພາແນວ​ຄິດ​ເປັນ​ກົກ, ພັດທະນາ​ຕົນ​ເອງ​ທາງ​ດ້ານ​ຄວາມ​ຮູ້ຄວາມ​ສາມາດ, ຊອກ​ຮູ້​ຮໍ່າຮຽນ​ພາສາ​ຕ່າງປະເທດ, ເຕັກ​ໂນ​ໂລ​ຊີ​ທັນ​ສະໄໝ ໂດຍ​ສະເພາະ​ແມ່ນ​ເຕັກ​ໂນ​ໂລ​ຊີ​ທາງ​ການ​ທະຫານ ແລະ ຮັບ​ຮູ້​ຂໍ້ມູນ​ ຂ່າວສານ ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ ວຽກ​ງານ​ຮັບປະກັນ​ພາຫະນະ​ເຕັກນິກ​ຂອງ​ເຫຼົ່າ​ຮົບ ໃຫ້​ມີ​ປະ ສິດທິພາບ ​ແລະ​ ປະ​ສິດທິຜົນ​ສູງ, ເຝິກຝົນ​ໃຫ້​ຊຳນິ​ຊຳນານ​ ເພື່ອ​ເປັນ​ວິຊາ​ການ​ໃນ​ອະນາຄົດ ແນໃສ່​ສືບຕໍ່​ຫັນ​ເອົາ​ກອງທັບ ​ໃຫ້​ເປັນ​ກອງທັບ​ປະຕິວັດ​ມີ​ລະບຽບ​ວິໄນ​ເຂັ້ມແຂງ, ມີ​ແບບແຜນ ທັນ​ສະໄໝ ​ເທື່ອ​ລະ​ກ້າວ. ໂດຍ: ເພັດ​ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ