ແລກປ່ຽນບົດຮຽນ ລະຫວ່າງພະນັກງານ ຫ້ອງການກຳມະບານ ກອງທັບປະຊາຊົນລາວ ກັບ ສະຫະພັນກຳມະບານ ສາງ J 106 ກົມລົດ-ກົມຈັກ ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2024-11-28 09:02:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3063 | ຄວາມນິຍົມ:
ກອງປະຊຸມແລກປ່ຽນບົດ ຮຽນ ລະຫວ່າງພະນັກງານ ກຳ ມະບານ ກອງທັບປະຊາຊົນລາວ ແລະ ສະຫະພັນກຳມະບານ ສາງ J 106 ກົມລົດ-ກົມຈັກ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2024 ນີ້, ຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຫົວໜ້າຫ້ອງການກຳມະບານກອງທັບປະຊາຊົນລາວ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພັນເອກ ພິເສດ ຟາມຈູງກຽນ ຮອງຫົວໜ້າການເມືອງ ກົມໃຫຍ່ເຕັກນິກ ກອງທັບປະຊາ ຊົນຫວຽດນາມ ພ້ອມດ້ວຍພະ ນັກງານວິຊາການທັງສອງພາກ ສ່ວນເຂົ້າຮ່ວມ.
ການພົບປະແລກປ່ຽນບົດຮຽນກັບສະຫະພັນກຳມະບານ ສາງ J 106 ກົມລົດ-ກົມຈັກ ກອງທັບປະຊາຊົນຫວຽດນາມ ໃນຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສຳຄັນ ເພາະເປັນການຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງສອງອົງການຈັດຕັ້ງກຳມະບານ ໃຫ້ນັບມື້ນັບໜັກແໜ້ນ ແລະ ກ້າວເຂົ້າສູ່ລວງເລິກ. ຈາກນັ້ນ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຮ່ວມກັນຢ່າງກົງໄປກົງມາ ໃນຫຼາຍດ້ານກ່ຽວກັບການປັບປຸງ, ກໍ່ສ້າງອົງການກຳມະບານ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນ.
ໃນໂອກາດດັ່ງກ່າວນີ້, ພະນັກ ງານກຳມະບານ ກອງທັບປະຊາ ຊົນລາວ ຍັງໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອ ຂອງສາງ J 106 ກົມລົດ-ກົມຈັກ ກອງທັບປະຊາຊົນຫວຽດນາມ ຕື່ມອີກ.
ໂດຍ: ບ່າວກອງທັບ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ