ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ເປີດ​ບັ້ນ​ເຝິກອົບຮົມ-ຫັດ​ແອບ​ການ​ທະຫານ ແລະ ຍິງເປົ້າໝາຍດ້ວຍລູກປືນ​ແທ້ ປະຈຳ​ປີ 2024
ເວລາອອກຂ່າວ: 2024-11-28 09:00:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2110 | ຄວາມນິຍົມ:



ໃນ​ວັນ​ທີ 27 ພະຈິກ 2024 ນີ້, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​​ເປີດ​ບັ້ນ​ເຝິກອົບຮົມ-ຫັດ​ແອບ​ການ​ທະ ຫານ ແລະ ຍິງ​ເປົ້າໝາຍດ້ວຍລູກປືນ​ແທ້ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ພັນ​ເອກ ໂສ​ວັດ ສັນຕິ​ສຸກ ຫົວໜ້າ​ຫ້ອງການ​ບໍລິ ຫານ ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ກົມ, ຫ້ອງການ, ກອງ ແລະ ພະນັກງານ-ນັກຮົບ​​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຍຸງທອງ ບຸດມີໄຊ ​ຫົວໜ້າ​ພະ​ແນກ​ກຳລັງ​ພົນ ໄດ້​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ​ການ​ທະຫານ ແລະ ຍິງເປົ້າໝາຍດ້ວຍ​ລູກປືນ​ແທ້ ປະຈຳ​ປີ 2024 ໂດຍ​ອີງໃສ່​ຄຳ​ສັ່ງ​ ຂອງກົມ​ໃຫຍ່​ເສນາ​ທິ​ການ​ກອງ​ທັບ ວ່າ​ດ້ວຍ​ການ ອົບຮົມ-ຫັດ​ແອບການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃຫ້​ບັນດາ​ກົມ​ກອງ​ກຳລັງ​ຫຼວງ, ກຳລັງທ້ອງ ຖິ່ນໃນ​ທົ່ວ​ກອງທັບ ປະຈຳ​ປີ 2024, ເພື່ອ​ຍົກ​ລະດັບຄວາມ​ຮູ້​ຄວາມ​ສາມາດດ້ານ​ສິລະປະ​ຍຸດ-ຍຸດທະວິທີໃຫ້​ນາຍ ແລະ ພົນທະຫານຢູ່​ບັນດາ​ກົມ​ກອງ, ຫ້ອງການ​ທີ່​ຂຶ້ນ​ກັບ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ມີ​ພິກ ໄຫວ​ຄ່ອງ​ແຄ່ວ, ຮັບປະກັນ​ການ​ກຽມພ້ອມ​ສູ້​ຮົບ, ສູ້​ຮົບ​ຕົວ​ຈິງ ແລະ ກຽມພ້ອມ​ຮອບດ້ານ​ໃນ​ທຸກ​ກໍລະນີ​ທີ່​ຈະ​ເກີດ​ຂຶ້ນ, ເພື່ອ​ເຝິກຝົນ​ໃຫ້​ນາຍ ແລະ ພົນທະຫານມີສຸ ຂະພາບ​ແຂງແຮງ, ທົນ​ທານ​ແຂງ​ແກ່ນ​ກຽມພ້ອມ​ຮັບ​ໃຊ້ໜ້າ ທີ່​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ໃນ​ທຸກ​ເງື່ອນໄຂ​ກໍລະນີ ໃນ​ນັ້ນ, ​ການ​ອົບຮົມ​​ແບ່ງ​ອອກ​ເປັນ 3 ພາກສ່ວນ​ຄື: ພາກ​ລະບຽບ​ຮູບ​ແຖວ 2 ວັນ, ພາກ​ທິດ​ສະ​ດີ​ສິລະປະ​ຍຸດ 2 ວັນ ແລະ ຍິງ ເປົ້າໝາຍດ້ວຍ​ລູກປືນ​ແທ້ 2 ວັນ, ຈຳນວນ​ພົນ​ເຂົ້າ​ຮ່ວມ​ເຝິກ ອົບຮົມ​ຮໍ່າຮຽນ​ວິຊາ​ງົດ​ງາມ, ກາຍຍະກຳ, ຮູບ​ແຖວ ແລະ ພາກ​ທິດ​ສະ​ດີ​ມີ 146 ສະຫາຍ, ຍິງ​ເປົ້າໝາຍດ້ວຍລູກປືນ​ແທ້ 689 ສະຫາຍ. ໂອກາດ​ນີ້, ສະຫາຍ ພັນ​ເອກ ໂສ​ວັດ ສັນຕິ​ສຸກ ໄດ້​ຊີ້​ນຳຫຼາຍ​ບັນຫາ​ສຳຄັນ​ຕໍ່​ຄູ-ອາຈານ​ຮັບ ຜິດຊອບ​​ແຕ່​ລະ​ພາກ​ວິຊາ ແລະ ພະນັກງານ-ນັກຮົບ ທົ່ວ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ຈົ່ງ​ພ້ອມ​ກັນ​ປະຕິບັດ​ໂມງ​ເວລາ​ຂຶ້ນ​ຫ້ອງ ​ລົງ​ຫ້ອງ​ສຳເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ