ກອງພັນໃຫຍ່ 703 ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2024-11-28 08:58:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2321 | ຄວາມນິຍົມ:
ພິທີມອບເງິນນະໂຍບາຍອຸດໜູນໃຫ້ຄອບຄົວພະນັກງານຜູ້ທີ່ເສຍຊີວິດຂອງ ກອງພັນໃຫຍ່ 703 ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2024, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັງຄຳສຸກ ຂຸນສັກດາ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 703, ມີຄະ ນະພັກ-ຄະນະບັນຊາ ກົມກອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍ ຄອບຄົວພະນັກງານຜູ້ທີ່ເສຍຊີວິດເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ບຸນສະໄໝ ແພງນັນທີ ຊ່ວຍວຽກຂະແໜງປະກັນສັງຄົມ ກອງພັນໃຫຍ່ 703 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບເງິນນະໂຍບາຍອຸດໜູນ ໃຫ້ຄອບຄົວພະນັກງານຜູ້ທີ່ເສຍຊີ ວິດຢູ່ກອງພັນໃຫຍ່ 703 ຈຳ ນວນ 2 ສະຫາຍ ລວມເປັນເງິນທັງໝົດ 69.905.500 ກີບ.
ສະຫາຍ ພັນເອກ ເພັງຄຳສຸກ ຂຸນສັກດາ ໄດ້ມີຄຳເຫັນວ່າ: ການມອບເງິນນະໂຍບາຍອຸດໜູນໃຫ້ ຄອບຄົວພະນັກງານຜູ້ທີ່ເສຍຊີ ວິດຢູ່ກອງພັນໃຫຍ່ 703 ໃນຄັ້ງນີ້ ເປັນການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດທີ່ມີຕໍ່ພະນັກງານ-ນາຍທະຫານ ຜູ້ທີ່ເສຍຊີວິດມີຜົນງານ, ເຊິ່ງຜ່ານມາບັນດາສະຫາຍໄດ້ມີ ຜົນງານຄຸນງາມຄວາມດີປະກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ກໍຄືວຽກງານປັບປຸງກໍ່ສ້າງກົມກອງໃນຫຼາຍດ້ານຕໍ່ຜົນງານຄຸນງາມຄວາມ ດີດັ່ງກ່າວ. ສະນັ້ນ, ການຈັດຕັ້ງພັກ-ລັດຂັ້ນເທິງ ຈຶ່ງໄດ້ປະຕິບັດນະໂຍບາຍຢ່າງຖືກຕ້ອງ ແລະ ສອດຄ່ອງສົມເຫດສົມຜົນໃຫ້ຄອບຄົວຜູ້ກ່ຽວ. ພ້ອມທັງຮຽກ ຮ້ອງໃຫ້ຄອບຄົວພະນັກງານຜູ້ທີ່ເສຍຊີວິດ ຈົ່ງພ້ອມກັນນຳເອົາເງິນຈຳນວນດັ່ງກ່າວໄປໝູນໃຊ້ເຂົ້າໃນການສ້າງສາພັດທະນາເສດຖະກິດແກ້ໄຂ້ຊີວິດການເປັນຢູ່ພາຍໃນຄອບຄົວຂອງຕົນໃຫ້ດີຂຶ້ນ.
ໂດຍ: ນາງ ບົວພັນ ເທີນຜາສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ