ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ກອງພັນ​ໃຫຍ່ 703 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2024-11-28 08:58:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2322 | ຄວາມນິຍົມ:



ພິທີ​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ໃຫ້​ຄອບຄົວ​ພະນັກງານ​ຜູ້​ທີ່​ເສຍ​ຊີວິດຂອງ​ ກອງພັນ​ໃຫຍ່ 703 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ພະຈິກ 2024, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ເພັງ​ຄຳ​ສຸກ ຂຸນ​ສັກດາ ຫົວໜ້າ​ພະແນກການ​ເມືອງ ​ກອງພັນ​ໃຫຍ່ 703, ມີ​ຄະ ນະ​ພັກ-ຄະນະ​ບັນຊາ ກົມ​ກອງ ແລະ ພະນັກງານ​ວິ​ຊາກ​ານ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ ຄອບຄົວ​ພະນັກງານຜູ້​ທີ່​ເສຍ​ຊີວິດເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ບຸນສະໄໝ ແພງ​ນັນທີ ຊ່ວຍ​ວຽກ​ຂະແໜງ​ປະກັນ​ສັງຄົມ ກອງພັນ​ໃຫຍ່ 703 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ມອບ​ເງິນ​ນະໂຍບາຍ​ອຸດໜູນ ໃຫ້​ຄອບຄົວ​ພະນັກງານຜູ້​ທີ່​ເສຍ​ຊີ ວິດຢູ່​ກອງພັນ​ໃຫຍ່ 703 ຈຳ ນວນ 2 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 69.905.500 ກີບ. ສະຫາຍ ພັນ​ເອກ ເພັງ​ຄຳ​ສຸກ ຂຸນ​ສັກດາ ໄດ້​ມີ​ຄຳ​ເຫັນ​ວ່າ: ການ​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ໃຫ້​ ຄອບຄົວ​ພະນັກງານ​ຜູ້​ທີ່​ເສຍ​ຊີ ວິດຢູ່ກອງພັນ​ໃຫຍ່ 703 ໃນ​ຄັ້ງ​ນີ້ ເປັນ​ການຈັດຕັ້ງ​ປະຕິບັດ​ຕາມ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ​ທີ່​ມີ​ຕໍ່​ພະນັກງານ-ນາຍ​ທະຫານ ຜູ້​ທີ່​ເສຍ​ຊີວິດມີ​ຜົນງານ, ເຊິ່ງ​ຜ່ານ​ມາ​ບັນດາ​ສະຫາຍ​ໄດ້​ມີ​ ຜົນງານ​ຄຸນງາມຄວາມດີ​ປະກອບສ່ວນ​ເຂົ້າໃນພາລະກິດ​ປົກ ​ປັກ​ຮັກສາ ແລະ ສ້າງສາ​ພັດທະ ນາ​ປະເທດ​ຊາດ ກໍ​ຄື​​ວຽກ​ງານປັບປຸງ​ກໍ່ສ້າງ​ກົມ​ກອງ​ໃນ​ຫຼາຍ​ດ້ານຕໍ່​ຜົນງານ​ຄຸນງາມຄວາມ ດີ​ດັ່ງກ່າວ. ສະນັ້ນ, ການຈັດຕັ້ງ​ພັກ-ລັດ​ຂັ້ນ​ເທິງ ຈຶ່ງ​ໄດ້​ປະຕິບັດ​ນະໂຍບາຍ​ຢ່າງ​ຖືກຕ້ອງ ແລະ ສອດຄ່ອງ​ສົມ​ເຫດ​ສົມ​ຜົນ​ໃຫ້​ຄອບຄົວ​ຜູ້ກ່ຽວ. ພ້ອມ​ທັງຮຽກ ຮ້ອງ​ໃຫ້​ຄອບຄົວ​ພະນັກງານ​ຜູ້​ທີ່​ເສຍ​ຊີວິດ ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ເສດຖະກິດ​ແກ້​ໄຂ້​ຊີວິດ​ການ​ເປັນ​ຢູ່​ພາຍ​ໃນ​ຄອບຄົວ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ. ໂດຍ: ນາງ ບົວ​ພັນ ເທີນ​ຜາ​ສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ