ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ມອບ-ຮັບ ວຽກ​ງານ ໃຫ້​ຫົວໜ້າ​ພະ​ແນກ​ກວດກາ ຫ້ອງ​ການເມືອງ ທະຫານ​ແຂວງ​ອຸດົມ​ໄຊ
ເວລາອອກຂ່າວ: 2024-11-28 08:56:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2203 | ຄວາມນິຍົມ:



ໃນ​ວັນ​ທີ 25 ພະຈິກ 2024, ຫ້ອງ​ການເມືອງ ກອງ​ບັນຊາ ການທະຫານ​ແຂວງ​ອຸດົມ​ໄຊ ໄດ້​ມອບ-ຮັບ ວຽກ​ງານ​ກວດກາ, ໂດຍ​ການ​ເປັນ​ປະທານ ​ຂອງ ສະຫາຍ ພັນ​ໂທ ແກ້ວ​ວິເສດ ລູກສອນ​ນ້ອຍ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ອຸດົມ​ໄຊ, ມີຄະນະ​ພັກ-ຄະນະ​ບັນຊາ ພະແນກການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ພັນ ພົມ​ມະ​ສິນ ຮອງ​ຫົວໜ້າ​ພະ​ແນກ​ກວດກາ ​ໄດ້​ຜ່ານ​ບົດ​ສະ​ຫຼຸບ​ຕີ​ລາ​ຄ່າ​ຜົນງານ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ, ນຳພາ-ຊີ້​ນຳ ວຽກ​ງານ​ຮອບດ້ານ​ໃນ​ໄລຍະ​ຜ່ານ​ມາ ເປັນ​ເຈົ້າ​ການ​ຕິດຕາມ​ກວດກາ​ການຈັດຕັ້ງ​ປະຕິບັດ​ມະຕິ, ຄຳ​ສັ່ງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ, ​ກົດ​ລະບຽບ​ຂອງ​ກອງ ທັບ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ຕິດ​ພັນ​ກັບຂະ​ບວນ​ການ​ສ້າງ ໜ່ວຍພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ກວດກາ​ຈຳນວນ​ພົນ​ແຕ່​ລະ​ກົມ​ກອງ, ຄຸ້ມ​ຄອງ​ງົບປະມານ ລາຍ​ຮັບ-ລາຍ​ຈ່າຍ, ປົກ​ປັກ​ຮັກສາ​ວັດຖຸ​ພາຫະນະ, ອາວຸດ​​ກະ​ສຸນ​ທີ່​ຂັ້ນ​ເທິງ​ປະກອບ​ໃຫ້, ຈັດ​ຕັ້ງ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​​ໃກ້ຊິດຕິດແທດ ກັບ ປະຊາຊົນ ປຸກລະດົມ​ອຳນາດ​ການ​ປົກຄອງ ເຮັດ​ໜ້າທີ່​ວຽກ​ງານ ​ປກຊ-​ປກສ ທົ່ວ​ປວງ​ຊົນ ເພື່ອ​ເຮັດ​ໃຫ້​ຂອບ​ເຂດ​ຮັບຜິດ ຊອບ​ຂອງ​ຕົນ ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ. ຈາກ​ນັ້ນ, ໄດ້​ມອບ​ວຽກ​ງານ​ໃຫ້​ສະຫາຍ ພັນ​ໂທ ສອນ​ຄິດ ໄຊ​ສະຫງ່າ ຫົວໜ້າ​ພະ​ແນກ​ກວດ ກາຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ. ໂດຍ: ສົມ​ພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ