![](../images/HEADERS.jpg)
ກອງບັນຊາການທະຫານແຂວງສາລະວັນ ສປປ ລາວ ຮ່ວມກັບ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ກວດກາລາດຕະເວນເສັ້ນຊາຍແດນ-ຫຼັກໝາຍຊາຍແດນແຫ່ງຊາດຮ່ວມກັນ
ເວລາອອກຂ່າວ: 2024-11-27 09:28:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2211 | ຄວາມນິຍົມ:
ໃນວັນທີ 21 ພະຈິກ 2024 ນີ້, ຄະນະກວດກາລາດຕະເວນຊາຍແດນສອງຝ່າຍ ລະຫວ່າງ ກອງບັນຊາການທະຫານແຂວງ ສາລະວັນ ສປປ ລາວ ນຳໂດຍ ສະຫາຍ ພັນເອກ ສຸດໃຈ ແສນຄຳບົວທອນ ຮອງຫົວໜ້າການທະຫານ ຫົວໜ້າຫ້ອງເສນາທິການ ພ້ອມຄະນະ ແລະ ກອງບັນ ຊາການທະຫານຊາຍແດນແຂວງກວາງຈິ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ພັນເອກ ຫງວຽນ ບ໊າ ຢ້ຽດ ຮອງກອງບັນ ຊາການ ຫົວໜ້າຫ້ອງເສນາທິການ ພ້ອມຄະນະ ໄດ້ຮ່ວມກັນຈັດຕັ້ງກວດກາລາດຕະເວນເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດຮ່ວມກັນ ເຊິ່ງເລີ່ມແຕ່ຫຼັກໝາຍຊາຍແດນແຫ່ງຊາດ 635, 634, 641, 642 ຈົນຮອດຫຼັກໝາຍຊາຍແດນແຫ່ງຊາດ 643 ແລະ ໄລຍະເສັ້ນຊາຍແດນລຽບຕາມສາຍພູຫຼວງ
ຈຸດປະສົງຂອງການລົງກວດ ກາລາດຕະເວນເສັ້ນຊາຍແດນ, ຫຼັກໝາຍຊາຍແດນຮ່ວມກັນໃນ ຄັ້ງນີ້, ຂອງຄະນະກວດກາລາດ ຕະເວນຊາຍແດນທັງສອງຝ່າຍ ເພື່ອແນໃສ່ປົກປັກຮັກສາຫຼັກໝາຍຊາຍແດນ, ເສັ້ນຊາຍແດນ ໃຫ້ຢູ່ໃນສະພາບປົກກະຕິ ພ້ອມກັນຮ່ວມມືສະກັດກັ້ນບັນຫາການລັກລອບເຂົ້າ-ອອກເມືອງ ແບບຜິດກົດໝາຍ, ການຄ້າຂາຍເຖື່ອນຕ່າງໆຕາມບໍລິເວນຊາຍແດນໃຫ້ເຂົ້າສູ່ລະບົບປະຕູດຽວ ຜ່ານທາງດ່ານສາກົນ ທັງນີ້ກໍ ເພື່ອເຮັດໃຫ້ຊາຍແດນກາຍເປັນຊາຍແດນແຫ່ງສັນຕິພາບ, ມິດ ຕະພາບ, ຊາຍແດນແຫ່ງຄວາມສາມັກຄີປ່ອງດອງຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຂອງປະຊາຊົນທັງ 2 ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ພາຍໃຕ້ການ ເຄົາລົບກົດລະບຽບຊາຍແດນ ແລະ ເຄົາລົບລະບຽບກົດໝາຍ, ຮີດຄອງປະເພນີອັນດີງາມຂອງທັງສອງປະເທດ, ການລົງກວດ ກາລາດຕະເວນດັ່ງກ່າວ ທັງສອງຝ່າຍຍັງເຫັນດີເປັນເອກະພາບໃນການສືບຕໍ່ການຮ່ວມມືກວດກາລາດຕະເວນຮ່ວມກັນໃນຄັ້ງຕໍ່. ພ້ອມທັງເຊັນບົດບັນທຶກຊ່ວຍຈໍາອີກດ້ວຍ ຝ່າຍລາວໂດຍ ສະຫາຍ ພັນເອກ ສຸດໃຈ ແສນຄຳບົວທອນ ຮອງຫົວໜ້າການທະຫານ ຫົວ ໜ້າຫ້ອງເສນາທິການຝ່າຍຫວຽດ ນາມ ໂດຍ ສະຫາຍ ພັນເອກ ຫງວຽນ ບ໊າ ຢ້ຽດ ຮອງກອງບັນ ຊາການ ຫົວໜ້າຫ້ອງເສນາທິການພ້ອມທັງຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂດຍ: ສຸຂາວພອນ ສອນນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ