ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ປະກາດ​ການ​ແຕ່ງຕັ້ງ​ຮອງ​ຫົວໜ້າ​ກອງ​ຮັບຜິດຊອບ​ວິຊາ​ການ​ ສັດຕະວະແພດ​ກອງ​ລ້ຽງສັດ​ໃຫຍ່​ເລກ 5 ກອງທັບ
ເວລາອອກຂ່າວ: 2024-11-27 09:27:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2695 | ຄວາມນິຍົມ:



ວັນ​ທີ 22 ພະຈິກ 2024 ນີ້, ກົມ​ຜະລິດ​ກະສິກຳ​ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ຈັດ​ປະ ກາດ​ການ​ແຕ່ງຕັ້ງ​ ຮອງ​ຫົວໜ້າ​ກອງ ຮັບຜິດຊອບ​ວິຊາ​ການສັດ ຕະວະແພດ​ກອງ​ລ້ຽງສັດ​ໃຫຍ່​ ເລກ 5 ກອງທັບ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ນຳ ບຸນ​ນະ​ດີ ຮອງ​ຫົວໜ້າ​ກົມ​ຜະລິດ​ກະສິກຳ​ກົມ​ໃຫຍ່​ພະ ລາທິການ​ກອງທັບ, ມີຄະນະ​ພັກ-ຄະນະ​ບັນຊາ, ວິຊາ​ການ ແລະ ພະນັກງານ, ນັກຮົບ ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສຸກ​ສະຫວາດ ວົງ​ພົມ ຊ່ວຍ​ວຽກ​ພະ​ແນກ​ແຜນ ການ​ກົມ​ຜະລິດ​ກະສິກຳ​ກົມ​ໃຫຍ່​ພະລາທິການ​ກອງທັບ, ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຮອງ​ຫົວໜ້າ​ກອງຮັບຜິດຊອບ​ວິຊາ​ການ​ສັດຕະວະແພດ​ກອງ​ລ້ຽງສັດ​ໃຫຍ່​ ເລກ 5 ກອງທັບ, ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ໃນ​ພາກ​ທີ II ໝວດ​ທີ 4 ມາດຕາ 26 ວ່າ​ດ້ວຍ​ການ​ແຕ່ງຕັ້ງ, ຍົກຍ້າຍ​ນາຍທະຫານ, ອີງ​ຕາມທິດ​ທາງ​ ກ່ຽວ​ກັບ​ການ​ປັບປຸງ​ລະບົບ​ກົງ ຈັກ​ການຈັດຕັ້ງ​ນຳພາ-ບັນຊາ ໃນ​ກຳລັງ​ປະກອບ​ອາວຸດ​ໃຫ້​ເຂັ້ມ ແຂງ, ໜັກ​ແໜ້ນ​ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ, ກົມ​ໃຫຍ່ການ​ເມືອງ​ກອງທັບ ຕົກລົງ​ແຕ່ງຕັ້ງ, ພັນ​ຕີ ໜູ​ພຽນ ບຸນ​ຊ່ວຍ ເປັນຮອງ​ຫົວໜ້າ​ກອງ​ຮັບຜິດຊອບ​ວິຊາ​ການ​ສັດຕະວະແພດ ກອງ​ລ້ຽງສັດ​ໃຫຍ່​ເລກ 5 ກອງທັບ, ຈາກ​ນັ້ນ, ສະຫາຍ​ ພັນ​ໂທ ວຽງ​ຄອນ ມີ​ໄຊ ຫົວໜ້າ​ກອງ​ລ້ຽງສັດ​ໃຫຍ່ ເລກ 5 ກອງທັບ, ກໍ​ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​​ທະຫານ, ໃນ​ນີ້​ຊັ້ນ​ ຮ້ອຍ​ໂທ ຂຶ້ນ ຊັ້ນ​ຮ້ອຍ​ເອກ ຈຳນວນ 2 ສະຫາຍ. ໂອກາດ​ນີ້, ສະຫາຍ ພັນ​ເອກ ບຸນ​ນຳ ບຸນ​ນະ​ດີ ໄດ້​ໃຫ້​ກຽດ​ໂອ້​ລົມ, ກ່ອນ​ອື່ນ​ໄດ້​ກ່າວ​ສະ​​ເເດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ແລະ ຜົນສຳເລັດ, ຮຽກຮ້ອງໃຫ້​ ບັນດາ​ສະຫາຍ​ຜູ້​ທີ່​ໄດ້​ຖືກ​ການ ​ແຕ່ງຕັ້ງ​ຮັບ​ໜ້າທີ່​ໃໝ່ ແລະ ປະ ກາດ​ການ​ເລື່ອນ​ຊັ້ນ​ໃໝ່​ໃນ​ຄັ້ງ​ນີ້, ຈົ່ງ​ເອົາໃຈໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ປະຕິບັດ​ທຸກ​ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ, ກົດ​ລະບຽບ​ຕ່າງໆຂອງ​ຂັ້ນ​ເທິງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ຕັ້ງໜ້າເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ, ມີ​ຄວາມ​ສາມັກຄີ​ພາຍ​ໃນ​ໝູ່​ຄະນະ, ມີຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ແບບ ແຜນ​ວິທີ​ເຮັດ​ວຽກ, ເຂົ້າ​ຮ່ວມ​ທຸກ​ຂະ​ບວນ​ການ​ວຽກ​ງານ​ການ ເມືອງ​ຂອງ​ກົມ​ກອງ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ຕາມ​ການຈັດຕັ້ງ​ພັກ-ລັດ, ກໍ​ຄື​ ກອງທັບ​ມອບ​ໝາຍ​ໃຫ້​ມີ​ຜົນສຳ ເລັດ​ຈົບງາມ​ຕະຫຼອດ​ໄປ. ​ ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ