ປະກາດການແຕ່ງຕັ້ງຮອງຫົວໜ້າກອງຮັບຜິດຊອບວິຊາການ ສັດຕະວະແພດກອງລ້ຽງສັດໃຫຍ່ເລກ 5 ກອງທັບ
ເວລາອອກຂ່າວ: 2024-11-27 09:27:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2697 | ຄວາມນິຍົມ:
ວັນທີ 22 ພະຈິກ 2024 ນີ້, ກົມຜະລິດກະສິກຳກົມໃຫຍ່ພະລາທິການກອງທັບ ໄດ້ຈັດປະ ກາດການແຕ່ງຕັ້ງ ຮອງຫົວໜ້າກອງ ຮັບຜິດຊອບວິຊາການສັດ ຕະວະແພດກອງລ້ຽງສັດໃຫຍ່ ເລກ 5 ກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນນຳ ບຸນນະດີ ຮອງຫົວໜ້າກົມຜະລິດກະສິກຳກົມໃຫຍ່ພະ ລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ວິຊາການ ແລະ ພະນັກງານ, ນັກຮົບ ພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນຕີ ສຸກສະຫວາດ ວົງພົມ ຊ່ວຍວຽກພະແນກແຜນ ການກົມຜະລິດກະສິກຳກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກອງຮັບຜິດຊອບວິຊາການສັດຕະວະແພດກອງລ້ຽງສັດໃຫຍ່ ເລກ 5 ກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງ ກ່ຽວກັບການປັບປຸງລະບົບກົງ ຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມ ແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ, ພັນຕີ ໜູພຽນ ບຸນຊ່ວຍ ເປັນຮອງຫົວໜ້າກອງຮັບຜິດຊອບວິຊາການສັດຕະວະແພດ ກອງລ້ຽງສັດໃຫຍ່ເລກ 5 ກອງທັບ, ຈາກນັ້ນ, ສະຫາຍ ພັນໂທ ວຽງຄອນ ມີໄຊ ຫົວໜ້າກອງລ້ຽງສັດໃຫຍ່ ເລກ 5 ກອງທັບ, ກໍໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ, ໃນນີ້ຊັ້ນ ຮ້ອຍໂທ ຂຶ້ນ ຊັ້ນຮ້ອຍເອກ ຈຳນວນ 2 ສະຫາຍ.
ໂອກາດນີ້, ສະຫາຍ ພັນເອກ ບຸນນຳ ບຸນນະດີ ໄດ້ໃຫ້ກຽດໂອ້ລົມ, ກ່ອນອື່ນໄດ້ກ່າວສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດ, ຮຽກຮ້ອງໃຫ້ ບັນດາສະຫາຍຜູ້ທີ່ໄດ້ຖືກການ ແຕ່ງຕັ້ງຮັບໜ້າທີ່ໃໝ່ ແລະ ປະ ກາດການເລື່ອນຊັ້ນໃໝ່ໃນຄັ້ງນີ້, ຈົ່ງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ປະຕິບັດທຸກມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄວາມສາມັກຄີພາຍໃນໝູ່ຄະນະ, ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດ, ແບບ ແຜນວິທີເຮັດວຽກ, ເຂົ້າຮ່ວມທຸກຂະບວນການວຽກງານການ ເມືອງຂອງກົມກອງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານຕາມການຈັດຕັ້ງພັກ-ລັດ, ກໍຄື ກອງທັບມອບໝາຍໃຫ້ມີຜົນສຳ ເລັດຈົບງາມຕະຫຼອດໄປ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ