ສະຫະພັນແມ່ຍິງ ວພກ ສຳເລັດກອງປະຊຸມຜູ້ແທນແມ່ຍິງ ຄັ້ງທີ IV
ເວລາອອກຂ່າວ: 2024-11-27 09:26:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3299 | ຄວາມນິຍົມ:
ວັນທີ 21 ພະຈິກ 2024 ນີ້, ສະຫະພັນແມ່ຍິງ ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ສຳເລັດກອງປະຊຸມແມ່ຍິງ ຄັ້ງທີ IV, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສອນທັນ ສຸວົງໄຊ ຫົວໜ້າການເມືອງວິທະຍາຄານພະລາທິການກອງທັບ, ມີ ສະຫາຍ ພັນໂທ ນາງ ປາວົງ ສະແຫວງ ຮອງຫົວໜ້າຫ້ອງ ການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, 2 ກອງພັນ, ພະນັກງານ ອາວຸໂສບຳນານ, ແຂກທີ່ຖືກເຊີນ ແລະ ຜູ້ແທນສະຫະພັນແມ່ຍິງທົ່ວວິທະຍາຄານພະລາທິການກອງທັບ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ຄຳຫຼ້າ ກົມທິສອນ ຫົວໜ້າພະແນກສະ ຫະພັນແມ່ຍິງ ວິທະຍາຄານພະ ລາທິການກອງທັບ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ໃນໄລຍະ 5 ປີ ຜ່ານມາ, ສະຫະພັນແມ່ຍິງວິທະຍາຄານພະລາທິການກອງທັບ ໄດ້ຖືເອົາ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນບັນ ຫາສຳຄັນ ດ້ວຍຫຼາຍວິທີການ ແລະ ຫຼາຍຮູບແບບເປັນຕົ້ນແມ່ນໄດ້ປຸກລະດົມສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມເຊື່ອມຊຶມບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ ໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ນິຕິກຳຕ່າງໆຂອງພັກ, ຂອງກອງທັບ; ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ອຳນວຍຄວາມສະດວກລົງເລິກໃກ້ຊິດຕິດແທດມອບໝາຍໜ້າທີ່ໃຫ້ແກ່ສະມາຊິກສະຫະພັນແມ່ຍິງເຄື່ອນໄຫວຕາມພາລະບົດບາດ ປະຕິບັດໜ້າທີ່ວິ ຊາສະເພາະ, ໄດ້ຮັບການ ເບິ່ງແຍງເອົາໃຈໃສ່ຈາກການ ຈັດຕັ້ງທຸກຂັ້ນ, ມີສະມາຊິກສະຫະພັນແມ່ຍິງບາງສະຫາຍໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່, ຫຼາຍສະຫາຍໄດ້ຮັບການເລື່ອນຊັ້ນ, ຍ້ອງຍໍຊົມເຊີຍຜົນງານ. ນອກນັ້ນຄະນະນຳສະຫະພັນແມ່ ຍິງໄດ້ເອົາໃຈໃສ່ ນຳພາຈັດຕັ້ງ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ, ໃນນີ້ສາມາດຄັດເລືອກໄດ້: ພົນລະເມືອງດີ 222 ສະຫາຍ, ພັດທະນາດີ 216 ສະຫາຍ, ສ້າງຄອບຄົວດີ 185 ສະຫາຍ, ແມ່ຍິງ 3 ດີ ປະເພດ I ມີ 164 ສະຫາຍ, 3 ດີປະເພດ II ມີ 58 ສະຫາຍ, ມີ 1 ກອງທຶນພັດທະນາສະຫະ ພັນແມ່ຍິງ, ຈຳນວນສະມາຊິກ: 1.240 ຄົນ, ຍິງ 597 ຄົນ, ຊາຍ 608 ຄົນ, ກົມກອງລວມໝູ່ 35 ກົມກອງ, ຈຳນວນເງິນທ້ອນ 5.250.663.000 ກີບ. ນອກຈາກນີ້ຍັງໄດ້ຮັບການຍ້ອງ ຍໍຫຼຽນໄຊພິລະອາດຫານຊັ້ນ III ຈຳນວນ 11 ສະຫາຍ, ຫຼຽນໄຊ ແຮງງານຊັ້ນ III ມີ 12 ສະ ຫາຍ, ຫຼຽນກາແຮງງານ 80 ສະຫາຍ, ໃບຍ້ອງຍໍລັດຖະບານ 60 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 37 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 37 ສະຫາຍ, ໃບຍ້ອງ ຍໍຄູສອນດີ-ສອນເດັ່ນ ແລະ ນັກ ຮຽນ-ນັກສຶກສາດີເດັ່ນ 66 ສະ ຫາຍ,
ຕອນທ້າຍສະຫາຍປະທານ ໄດ້ກ່າວໂອ້ລົມໂດຍເນັ້ນໜັກໃຫ້ ຄະນະນຳສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທົ່ວວິທະຍາຄານພະລາທິການກອງທັບ ຈົ່ງເພີ່ມທະວີວຽກງານ ສຶກສາອົບຮົມການເມືອງ-ນຳ ແນວຄິດ, ສືບຕໍ່ປຸກລະດົມສະ ມາຊິກແມ່ຍິງພ້ອມພຽງກັນເຂົ້າຮ່ວມຂະບວນການຕ່າງໆໃຫ້ເປັນຂະບວນການຟົດຟື້ນ, ເປັນເຈົ້າການປະຕິບັດພາລະບົດບາດໃນການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ເອົາໃຈໃສ່ປັບປຸງການຈັດຕັ້ງສະ ຫະພັນແມ່ຍິງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີແບບແຜນ ວິທີເຮັດວຽກທີ່ສອດຄ່ອງ ບົນພື້ນຖານຫຼັກການລວມສູນປະຊາ ທິປະໄຕ ເຮັດວຽກເປັນໝູ່ຄະນະ, ສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ.
ໂດຍ: ແກ້ວອຸດອນ ລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ