ຄະນະບໍລິຫານງານຊາວໜຸ່ມຫ້ອງພະລາທິການໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບວຽກງານການເຄື່ອນໄຫວ ປະຈຳປີ 2024
ເວລາອອກຂ່າວ: 2024-11-27 09:25:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2442 | ຄວາມນິຍົມ:
ໃນວັນທີ 21 ພະຈິກ 2024 ນີ້, ຄະນະບໍລິຫານງານຊາວໜຸ່ມ ຫ້ອງພະລາທິການໂຮງຮຽນກໍ່ ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດຕັ້ງສະຫຼຸບການເຄື່ອນໄຫວ ວຽກງານຊາວໜຸ່ມ ປະຈຳປີ 2024 ແລະ ວາງທິດທາງແຜນ ການ ປີ 2025. ໂດຍການເຂົ້າຮວ່ມເປັນປະທານຂອງ ສະຫາຍ ພັນໂທ ຄຳພວງ ຕະອອນເກດ ຮອງຫ້ອງພະລາທິການໂຮງ ຮຽນ, ມີ ສະຫາຍ ພັນໂທ ບຸນເພັງ ອິນທະສອນ ຮອງພະແນກຊາວໜຸ່ມໂຮງຮຽນ, ມີຄະນະບໍລິຫານງານຊາວໜຸ່ມ, ໜ່ວຍຊາວໜຸ່ມຈາກຫ້ອງການ, ກອງພັນ, ຕະ ຫຼອດຮອດສະມາຊິກຊາວໜຸ່ມທົ່ວຫ້ອງພະລາທິການເຂົ້າຮ່ວມ.
ສະຫາຍ ຮ້ອຍໂທ ຈິດໄຊ ສິນທະນູໄຊ ເລຂາຄະນະບໍລິ ຫານງານຊາວໜຸ່ມຫ້ອງພະລາ ທິການໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ ໄດ້ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ສະຊິກຂອງຕົນເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ ແລະ ປະກອບສ່ວນເຂົ້າໃນທຸກຂະບວນການຂອງກົມກອງ, ເປັນເຈົ້າການປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ພ້ອມນີ້ໄດ້ຊຸກຍູ້ໃຫ້ສະມາຊິກສ້າງເສດຖະກິດແກ້ໄຂ້ຊີວິດການເປັນຢູ່ດ້ວຍການປູກ-ການລ້ຽງ ແລະ ຫັດຖະກຳຕຳແຜ່ນ ຕາມທິດ 4 ປູກ 4 ລຽ້ງ ຂອງກົມໃຫຍ່ພະລາທິການວາງອອກ ແລະ ມີບຸກຄົນດີເດັ່ນຫຼາຍສະຫາຍ, ໃນນີ້ ຄະນະບໍລິຫານງານສ້າງລາຍຮັບເຂົ້າຄັງໄດ້ 13.420.000 ກີບ. ນອກຈາກນີ້ ໄດ້ປະຕິບັດນະໂຍບາຍຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ເວລາເຈັບເປັນເຂົ້າໂຮງໝໍ ແລະ ອື່ນໆ ຂັ້ນກອງທຶນ ຊວ່ຍ 4.600.000 ກີບ, ຂັ້ນຄະນະບໍລິຫານງານຊ່ວຍ 2.900.000 ກີບ ແລະ ຍັງມີວຽກງານປິ່ນອ້ອມອື່ນຂອງກົມກອງກໍມີຜົນສຳເລັດເປັນຢ່າງດີ, ຈາກຜົນງານດັ່ງກ່າວ ສາມາດສ້າງສະມາຊິກຊາວໜຸ່ມນຳໜ້າ 4 ບຸກໄດ້ 87 ສະຫາຍ, ແຂວງ 14 ສະຫາຍ, ກາງ 4 ສະຫາຍ, ໜ່ວຍນຳໜ້າ 4 ບຸກໄດ້ 3 ໜ່ວຍ, ຄະນະບໍລິຫານງານ ເປັນຄະນະບໍລິຫານງານນຳໜ້າ 4 ບຸກ ແລະ ຍັງໄດ້ຜ່ານທິດທາງແຜນການ ພ້ອມທັງປະກອບຄຳເຫັນໃສ່ຢ່າງມີຈຸດສຸມ, ພ້ອມນີ້ ໄດ້ປະກາດຊາວໜຸ່ມພົ້ນກະສຽນ ແລະ ບົ່ງຕົວແຕ່ງຕັ້ງເພີ່ມເຕີມຄະນະບໍລິ ຫານງານຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມ ຕື່ມອີກ.
ໂອກາດນີ້ ສະຫາຍ ພັນໂທ ຄຳພວງ ຕະອອນເກດ ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຊາວ ໜຸ່ມຍາດມາໄດ້ ພ້ອມທັງເນັ້ນໜັກ ໃຫ້ຄະນະນຳຊາວໜຸ່ມ ກໍຄືສະມາ ຊິກຊາວໜຸ່ມໃນທົ່ວຫ້ອງພະລາ ຈົ່ງພ້ອມກັນຍົກສູງຄວາມຮັບຜິດ ຊອບເຂົ້າໃນໜ້າທີ່ວຽກງານວິຊາ ສະເພາະໃຫ້ມີຄຸນນະພາບສູງ, ສືບຕໍ່ປັບປຸງກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມ ງວດ, ເຂັ້ມແຂງຢູ່ສະເໝີ, ອອກ ແຮງແຂ່ງຂັນກັນເຝິກຝົນຕົນເອງໃຫ້ກາຍເປັນແບບຢ່າງນຳໜ້າໃນທຸກຂົງເຂດວຽກງານຂອງກົມກອງ ແລະ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍ ພ້ອມກັນນຳເອົາເນື້ອໃນແຜນການໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ