
ກົມເຕັກນິກເຫຼົ່າຮົບມອບອຸປະກອນເຄື່ອງມືສ້ອມແປງ ໃຫ້ກອງພັນໃຫຍ່ 645
ເວລາອອກຂ່າວ: 2024-10-31 15:32:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3390 | ຄວາມນິຍົມ:
ໃນວັນທີ 30 ຕຸລາ 2024, ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້ມອບອຸປະກອນຮັບໃຊ້ສ້ອມແປງດາຣາ, ລູກສອນໄຟ ໃຫ້ກອງພັນໃຫຍ່ 645 ໂດຍການກ່າວມອບຂອງ ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າກົມເຕັກນິກເຫຼົ່າຮົບ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ບຸນມີສຸກ ຫົວໜ້າການທະຫານ ກອງພັນໃຫຍ່ 645, ເຂົ້າຮ່ວມມີ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 645, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ
ເຄື່ອງມືທີ່ນຳມາມອບໃນຄັ້ງນີ້ປະກອບມີ 18 ລາຍການ, ທັງນີ້ກໍເພື່ອເປັນການປັບປຸງກຳລັງເຕັກນິກຂອງກົມກອງໃຫ້ມີຄວາມເຂັ້ມແຂງ, ມີແບບແຜນທີ່ທັນສະໄໝ, ຮັບປະກັນໃຫ້ແກ່ກົມກອງໃນການກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕົວຈິງໃນທຸກກໍລະນີທີ່ຈະເກີດຂຶ້ນໃຫ້ມີຄວາມວ່ອງໄວທັນເວລາ ແລະ ມີປະສິດທິພາບສູງ. ໂອກາດນີ້, ສະຫາຍ ພັນໂທ ບຸນມີສຸກ ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ສະຫາຍຫົວໜ້າກົມເຕັກນິກເຫຼົ່າຮົບ ທີ່ໄດ້ນໍາເອົາອຸປະກອນຮັບໃຊ້ການສ້ອມແປງມາມອບໃຫ້ໃນຄັ້ງນີ້. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ: ຈະນໍາໃຊ້ອຸປະກອນສ້ອມແປງດັ່ງກ່າວເຂົ້າໃນວຽກງານຕົວຈິງໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ. ຈາກນັ້ນ, ສະຫາຍຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ສະຫາຍຫົວໜ້າກົມເຫຼົ່າຮົບເຕັກນິກພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຕິດຕາມກວດກາພາຫະນະເຕັກນິກຢູ່ບັນດາກອງພັນ ແລະ ກອງຮ້ອຍທີ່ຂຶ້ນກັບກອງພັນໃຫຍ່ 645 ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ