ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ເປີດການເຝີກຊ້ອມກອບກູ້ໄພພິບັດ ປະຈຳປີ 2024
ເວລາອອກຂ່າວ: 2024-10-29 16:02:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4050 | ຄວາມນິຍົມ:



ພິທີເປີດການເຝີກຊ້ອມກອບກູ້ໄພພິບັດຝ່າຍດຽວ ປະຈຳປີ 2024 ເພື່ອກະກຽມຄວາມພ້ອມເຂົ້າຮ່ວມການເຝີກຊ້ອມກອບກູ້ໄພພິບັດ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ III ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບໃນປີ 2024 ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2024 ນີ້, ທີ່ສະໜາມເຝິກຊ້ອມອ່າງນ້ຳຫຸມ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳລວມການເຝີກຊ້ອມກອບກູ້ໄພພິບັດ, ມີຄະນະພັກກະຊວງ, ຫົວໜ້າ, ຮອງຫົວໜ້າ ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະຊີ້ນຳ, ແຂກຖືກເຊີນ, ອະນຸກຳມະການ, ຄະນະຮັບຜິດຊອບ ແລະ ກຳລັງເຝີກຊ້ອມທຸກພາກສ່ວນ ເຂົ້າຮ່ວມ. ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຮອງຫົວໜ້າຄະນະຊີ້ນຳການເຝິກຊ້ອມກອບກູ້ໄພພິບັດ ໄດ້ຂຶ້ນລາຍງານແຜນການເຝິກຊ້ອມກອບກູ້ໄພພິບັດ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມການເຝີກຊ້ອມກອບກູ້ໄພພິບັດ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ໂດຍປະຕິບັດຕາມການຕົກລົງເຫັນດີຂອງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ ໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ. ທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຮັດແໜ້ນຄວາມສາມັກຄີຂອງສາມຊາດ, 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ເຊິ່ງການເຝີກຊ້ອມຝ່າຍດຽວໃນຄັ້ງນີ້, ກໍເພື່ອເຝີກຊ້ອມໃຫ້ກໍາລັງກອບກູ້ໄພພິບັດ ກອງທັບປະຊາຊົນລາວ ໃຫ້ມີຄວາມຊໍານິຊໍານານ ໃນການກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພພິບັດ ທັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອກຽມພ້ອມເຂົ້າກອບກູ້ ແລະ ຊ່ວຍເຫຼືອປະຊາຊົນໃນເວລາມີໄພພິບັດເກີດຂຶ້ນ. ສຳລັບເນື້ອໃນທີ່ນຳມາເຝີກຊ້ອມໃນຄັ້ງນີ້ປະກອບມີ 2 ພາກຄື: ການຊອກຄົ້ນກອບກູ້ຜູ້ປະສົບໄພທາງນ້ຳ ຈໍາລອງການກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພຢູ່ເຂດນໍ້າຖ້ວມບ້ານເຮືອນ ແລະ ການຊອກຄົ້ນກອບກູ້ຜູ້ປະສົບໄພທາງບົກ ຈໍາລອງການກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພ ຢູ່ເຂດພູດິນເຈື່ອນທັບຖົມ, ຕຶກອາຄານຖະຫຼົ່ມທັບຖົມ ແລະ ເຂດເຄມີຮົ່ວໄຫຼ. ເຊິ່ງການເຝີກຊ້ອມໃນຄັ້ງນີ້ ຈະດຳເນີນໄປຈົນຮອດວັນທີ 2 ພະຈິກ ຈຶ່ງຈະສໍາເລັດ. ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງສະແດງຄວາມຍ້ອງຍໍຕໍ່ຄະນະຮັບຜິດຊອບລວມ ທີ່ໄດ້ເອົາໃຈໃສ່ໃນການກະກຽມຄວາມພ້ອມຮອບດ້ານ ແລະ ເນັ້ນໜັກໃຫ້ທຸກເຫລົ່າຮົບທີ່ເຂົ້າຮ່ວມການເຝິກຊ້ອມໃນຄັ້ງນີ້ ເອົາໃສ່ໃນການເຝິກຊ້ອມຕາມແຜນການ, ພ້ອມກັນປະຕິບັດບັນດາຫຼັກສູດວິຊາສະເພາະ ທີ່ໄດ້ຮຽນມານໍາໃຊ້ເຂົ້າໃນການເຝິກຊ້ອມໃນຄັ້ງນີ້ ໃຫ້ຖືກຕ້ອງແນໃສ່ຮັບປະກັນຄວາມປອດໄພ ແລະ ບັນລຸຜົນສຳເລັດຢ່າງຮອບດ້ານ ເພື່ອກະກຽມເຂົ້າຮ່ວມການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ (ກໍາປູເຈຍ-ລາວ-ຫວຽດນາມ) ໃນສົກປີ 2024 ຢູ່ທີ່ປະເທດກຳປູເຈຍ ໃຫ້ມີຜົນສໍາເລັດຕາມຈຸດປະສົງຄາດໝາຍ ແລະ ທິດຊີ້ນໍາຂອງຂັ້ນເທິງ. ຈາກນັ້ນ, ກໍໄດ້ຮັບຊົມການເຝິກຊ້ອມຕາມບາດກ້າວ ແລະ ລົງກວດກາເບິ່ງສະຖານທີ່ເຝິກຊ້ອມຕົວຈິງຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ