ຫົວໜ້າການທະຫານ ກອງພົນທີ 2 ເຄື່ອນໄຫວຊຸກຍູ້ ໜ່ວຍສິລະປະສະໝັກຫຼິ້ນ
ເວລາອອກຂ່າວ: 2024-10-15 09:47:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4111 | ຄວາມນິຍົມ: ![]()
ວັນທີ 14 ຕຸລາ 2024 ນີ້, ສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2 ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້, ຕິດຕາມການເຝິກຊ້ອມ ສິລະປະສະໝັກຫຼິ້ນ ຂອງກອງພົນ ເພື່ອກະກຽມສະແດງຮັບໃຊ້ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ແມ່ນວັນສ້າງຕັ້ງກອງພົນທີ 2 ຄົບຮອບ 43 ປີ, ວັນຊາດທີ 2 ທັນວາ ແລະ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກກອງພົນ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ.
ໃນໂອກາດນີ້, ສະຫາຍ ຍັງໄດ້ນໍາເອົາເຄື່ອງບໍລິໂພກຈໍານວນໜຶ່ງໄປມອບ ໃຫ້ໜ່ວຍສິລະປະສະໝັກຫຼິ້ນຂອງກອງພົນ ເພື່ອເປັນການກະຕຸກຊຸກຍູ້ນໍ້າໃຈອ້າຍນ້ອງເຂົ້າໃນການເຝິກຊ້ອມ ພ້ອມນີ້, ສະຫາຍຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໜ່ວຍງານສິລະປະທີ່ມີຄວາມອົດທົນ ແລະ ຕັ້ງໃຈເຝິກຊ້ອມ ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ນັກສິລະປະແຕ່ລະສະຫາຍຈົ່ງສືບຕໍ່ເຝິກຊ້ອມໃຫ້ດີກວ່ານີ້ ເພື່ອສະແດງຮັບໃຊ້ວັນສໍາຄັນຕ່າງໆຂອງຊາດ ກໍຄືກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກກອງພົນ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ມີຜົນສໍາເລັດອັນຈົບງາມ.
ໂດຍ: ຄໍາຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















