ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານຄະນະແລກປ່ຽນສິລະປະວັດທະນະທຳແຫ່ງ ສ ເກົາຫຼີ ມອບເຄື່ອງໃຫ້ກົມພົວພັນຕ່າງປະເທດ
ເວລາອອກຂ່າວ: 2018-11-19 10:30:26 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ໃນວັນທີ 13 ພະຈິກ 2018 ນີ້, ທ່ານ ຢອນ ກອງ ຊິກ (Youn kong Sic ) ປະທານ ຄະນະແລກປ່ຽນສິລະປະ-ວັດທະ ນະທຳ ແຫ່ງ ສ ເກົາຫຼີ ໄດ້ນຳ ເອົາເຄື່ອງຊ່ວຍເຫຼືອຈຳນວນ 400 ແກັດ ມູນຄ່າ 400.000 ໂດ ລາ ມາມອບໃຫ້ກົມພົວພັນຕ່າງ ປະເທດ ໂດຍການກ່າວຮັບຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນ ຕ່າງປະເທດ. ໂອກາດນີ້, ຫົວໜ້າກົມພົວພັນ ຕ່າງປະເທດ ກໍໄດ້ກ່າວສະແດງ ຄວາມ ຂອບໃຈມາຍັງປະທານຄະ ນະແລກປ່ຽນສິລະປະ-ວັດທະນະ ທຳ ແຫ່ງ ສ ເກົາຫຼີ ທີ່ໄດ້ນຳເອົາ ເຄື່ອງຊ່ວຍເຫຼືອມາມອບໃຫ້ໃນ ຄັ້ງນີ້ ເຊິ່ງຈະເປັນການປະກອບ ສ່ວນຊຸກຍູ້ເຂົ້າໃນໜ້າທີ່ວຽກ ງານ ແລະ ຍັງເປັນການປະກອບ ສ່ວນອັນສຳຄັນເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບ ຮອບ 70 ປີ ໃຫ້ເປັນ ຂະບວນຟົດຟື້ນ. ໂອກາດນີ້ ທ່ານຫົວໜ້າກົມພົວພັນຕ່າງ ປະເທດກໍໄດ້ມອບໃບສົມມະນາ ຄຸນໃຫ້ປະທານຄະນະແລກປ່ຽນ ສິລະປະ-ວັດທະນະທຳ ແຫ່ງ ສ ເກົາຫຼີ ເພື່ອເປັນການຈາລຶກ ຜົນງານທີ່ໄດ້ປະກອບສ່ວນຊ່ວຍ ເຫຼືອກົມພົວພັນຕ່າງປະເທດອີກ ດ້ວຍ. ໂດຍ: ຄຳປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ