ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ຮອງເຈົ້າແຂວງ ແຂວງບໍ່ແກ້ວ ເຂົ້າອວຍພອນຕຳຫຼວດນ້ຳ ປະຈຳສູນປະສານງານ ລາວ-ຈີນ
ເວລາອອກຂ່າວ: 2024-10-03 13:15:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 979 | ຄວາມນິຍົມ:



ວັນທີີ 01 ຕຸລາ 2024 ນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ຮ້ອຍເອກ ກວນຢ່າລຸນ ຮອງຫົວໜ້າສູນປະສານງານ ລາວ-ຈີນ ພ້ອມດ້ວຍຄະນະ ທີ່ປະຈຳຢູ່ສູນປະສານງານ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເນື່ອງໃນໂອກາດ ວັນຊາດ ສປ ຈີນ ຄົບຮອບ 75 ປີ. ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວວ່າ: ສອງຊາດ ລາວ-ຈີນ ມີຊາຍແດນຕິດຈອດກັນເປັນປະເທດບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງມີສາຍນໍ້າ ແລະ ສາຍພູຕິດຈອດກັນ, ເປັນເພື່ອນມິດສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ສອງກອງທັບ ລາວ-ຈີນ ໄດ້ຜູກມິດຕະພາບອັນດູດດື່ມເລິກເຊິ່ງ ເສຍສະຫຼະເລືອດເນື້ອໃນການສູ້ຮົບຮ່ວມກັນ ເພື່ອຕໍ່ສູ້ຕ້ານການຮຸກຮານ, ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສ ແລະ ຊຸກຍູ້ຢ່າງຕັ້ງໜ້າຂອງການນຳ ສອງພັກ-ສອງລັດ ແລະ ສອງກອງທັບ ຈີນ-ລາວ, ລາວ-ຈີນ ຈົນສາມາດຍາດໄດ້ໄຊຊະນະຮ່ວມກັນ. ໂອກາດວັນຊາດ ສປ ຈີນ ຄົບຮອບ 75 ປີ ຂໍອວຍພອນໃຫ້ ສະຫາຍ ຮ້ອຍເອກ ກວນຢ່າລຸນ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າ, ອວຍພອນໃຫ້ການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍການພົວພັນຮ່ວມມືໃນທຸກລະດັບ ເພື່ອຮັດແໜ້ນມູນເຊື້ອຄວາມສາມັກຄີ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງລົງເລິກການຮ່ວມມືຕົວຈິງ ປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ສະຫາຍ ຮ້ອຍເອກ ກວນຢ່າລຸນ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາຄໍາອວຍພອນອັນອົບອຸ່ນ, ໄມຕີຈິດ ມິດຕະພາບມາອວຍພອນໃນຄັ້ງນີ້ພ້ອມທັງອວຍພອນໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ວຽກງານ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍ ມິດຕະພາບ ແລະ ການພົວພັນຮ່ວມມືຊ່ວຍເຫຼືອເຊິງກັນ ແລະ ກັນ ລະຫວ່າງ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ນາງ ນີ່ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ