
ບໍລິສັດ 705 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ອວຍພອນ ກອງພົນທີ 3
ເວລາອອກຂ່າວ: 2024-10-03 09:38:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ:
ໃນວັນທີ 1 ຕຸລາ 2024 ນີ້, ຄະນະອຳນວຍການ ບໍລິສັດ 705 ຮ່ວມມືສາກົນ ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພັນເອກ ພິເສດ ຫວູ ຮົ້ງແມ້ງ ປະທານບໍລິສັດ 705 ຮ່ວມມືສາກົນ ປະຈຳແຂວງອຸດົມໄຊ ສາຂາເມືອງຮຸນ ພ້ອມດ້ວຍຄະນະ ໄດ້ເຂົ້າມາອວຍພອນຄະນະພັກ-ຄະນະບັນຊາ ກອງພົນທີ 3 ກອງທັບປະຊາຊົນລາວ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວໜ້າການເມືອງ ກອງພົນທີ 3 ແລະ ສະຫາຍ ພັນເອກ ສາຍທອງ ປີຊາຈັນ ຫົວໜ້າການທະຫານກອງພົນ ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ພິເສດ ຫວູ ຮົ້ງແມ້ງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງຄະນະນຳກອງພົນທີ 3 ພ້ອມທັງກ່າວຄວາມຢື້ຢາມຖາມຂ່າວ ດ້ວຍຄວາມສາມັກຄີຮັກແພງອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາ ກອງພົນທີ 3 ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງຫົວໜ້າການທະຫານຄົນໃໝ່ ແລະ ບໍລິສັດ 705 ຮ່ວມມືສາກົນ ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ກໍໄດ້ຮັບການມອບໝາຍໜ້າທີ່ປະທານບໍລິສັດຄົນໃໝ່. ທັງນີ້, ກໍເພື່ອເປັນເສີມສ້າງສາຍພົວພັນຄວາມສາມັກຄີຮັກແພງແບບພິເສດອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ກໍຄືກອງພົນທີ 3 ກອງທັບປະຊາຊົນລາວກັບ ບໍລິສັດ 705 ຮ່ວມມືສາກົນທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ໝັ້ນຄົງທະນົງແກ່ນໄປ
ຊົ່ວກາລະນານ.
ໂດຍ : ທອງເລື່ອນ
ພາບ : ສົມໝາຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ