
ກອງບັນຊາການທະຫານແຂວງຈຳປາສັກ ປະກາດການເລື່ອນຊັ້ນ ໃຫ້ນາຍທະຫານ
ເວລາອອກຂ່າວ: 2024-10-03 09:35:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 429 | ຄວາມນິຍົມ:
ກອງບັນຊາການທະຫານແຂວງຈຳປາສັກ ໄດ້ປະກາດການ ເລື່ອນຊັ້ນ ໃຫ້ນາຍທະຫານ, ໃນວັນທີ 27 ກັນຍາ 2024, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ພູເວີນ ສຸນນິວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກການ, ກອງພັນ, ກອງຮ້ອຍ, ໂຮງຮຽນ, ໂຮງໝໍ ແລະ ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.
ສະຫາຍ ພັນຕີ ສົມຊາຍ ວັນນະລາດ ຮອງຫົວໜ້າພະແນກ ພະນັກງານທະຫານແຂວງຈຳ ປາສັກ ໄດ້ຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຈຳປາສັກ ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 4 ສະຫາຍ ແລະ ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 148 ສະຫາຍ.
ສະຫາຍ ພັນໂທ ພູເວີນ ສຸນນິວົງ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່, ພ້ອມທັງໄດ້ ເນັ້ນໜັກໃຫ້ແຕ່ລະສະຫາຍເອົາ ໃຈໃສ່ຄົ້ນຄວ້າເຊື່ອມຊຶມແນວ ທາງນະໂຍບາຍຂອງພັກ-ລັດ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ກໍຄືຂໍ້ກຳນົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນ, ສືບຕໍ່ເຝິກຝົນຫຼໍ່ ຫຼອມຕົນເອງທາງດ້ານຄຸນທາດ ການເມືອງ, ຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມສາມັກ ຄີໃຫ້ເປັນປຶກແຜ່ນແໜ້ນໜາ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ