
ໂຮງຮຽນກໍ່ສ້າງາຍສິບ ເລກ 2 ວຽງໄຊ ສະຫຼຸບວຽກງານລະບຽບແບບແຜນ ສົກຮຽນ 2023-2024
ເວລາອອກຂ່າວ: 2024-10-03 09:34:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 415 | ຄວາມນິຍົມ:
ໂຮງຮຽນກໍ່ສ້າງາຍສິບ ເລກ 2 ວຽງໄຊ ໄດ້ສະຫຼຸບວຽກງານລະບຽບແບບແຜນ ສົກຮຽນ 2023-2024, ໃນວັນທີ 26 ກັນຍາ 2024, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳຫຼ້າ ວົງສົມພູ ຮອງຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ມີຄະນະພັກ-ຄະນະບັນຊາຫ້ອງການ, ພະແນກການ, ກອງພັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນມີ ບຸນໜູເງິນ ຫົວໜ້າຫ້ອງການໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ສະຫຼຸບຕີລາຄາການ ຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ ຕົວຈິງ ຂອງຄະນະຮັບຜິດຊອບ, ເຊິ່ງສາມາດຖອດຖອນບົດຮຽນໄດ້ໃນຫຼາຍດ້ານ, ໄດ້ເປັນເຈົ້າການນຳພາ-ຊີ້ນຳ, ກວດກາຊຸກຍູ້ເປັນປົກກະຕິ ແລະ ເຂັ້ມງວດ; ພ້ອມທັງແກ້ໄຂບັນຫາ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນເວລາ ໂດຍສະເພາະແມ່ນການເຄື່ອນໄຫວກວດກາຕາມ 7 ລະບອບ 18 ວຽກ ໃນມື້ໜຶ່ງຂອງກອງທັບ ກໍຄືຂໍ້ກຳນົດຂອງໂຮງຮຽນ ເປັນຕົ້ນແມ່ນຢູ່ບັນດາສຳນັກງານ, ອົງການ, ກົມກອງນັກຮຽນ ແລະ ສະຖານທີ່ຂອບເຂດຮັບຜິດຊອບ ທີ່ໄດ້ຮັບມອບໝາຍຂອງອະນຸກຳມະການ ທີ່ສັງກັດຢູ່ແຕ່ລະກົມກອງ ເຮັດໃຫ້ກົມກອງມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີວິໃນເຂັ້ມງວດ.
ສະຫາຍ ພັນໂທ ຄຳຫຼ້າ ວົງສົມພູ ໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາສະຫາຍທີ່ເຮັດສຳເລັດໜ້າທີ່ການມອບໝາຍ, ຄະນະຮັບຜິດຊອບແຕ່ລະສະຫາຍຕ້ອງເປັນເຈົ້າການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາມີສະຕິຕື່ນຕົວປະຕິບັດຂໍ້ກຳນົດ, ກົດລະບຽບ ແລະ ພ້ອມ ກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອແນໃສ່ສ້າງກົມກອງທີ່ມີແບບແຜນທັນສະໄໝກາຍເປັນກົມກອງ 3 ປອດ ແລະ ກົມກອງ-ນັກຮົບວັດທະນະທຳ.
ໂດຍ: ສົມພົງ ແກ້ວປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ