ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດເປີດຂະບວນການແຂ່ງຂັນກີລາມວນຊົນ
ເວລາອອກຂ່າວ: 2018-11-19 10:26:58 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 200 | ຄວາມນິຍົມ:



ເພື່ອສ້າງບັນຍາກາດເບີກ ບານມ່ວນຊື່ນຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຈະມາເຖິງ, ໃນ ວັນທີ 16 ພະຈິກ 2018 ນີ້, ຫ້ອງ ວ່າການກະຊວງປ້ອງກັນປະເທດ ໄດ້ເປີດການແຂ່ງຂັນກີລາມວນ ຊົນຂຶ້ນ, ໂດຍການເຂົ້າຮ່ວມເປັນ ປະທານຂອງ ທ່ານພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວ ໜ້າຫ້ອງວ່າການກະຊວງປ້ອງ ກັນປະເທດ, ມີບັນຫົວໜ້າກົມ, ຫ້ອງການ, ກອງ ແລະ ບໍລິສັດ ທີ່ຂຶ້ນກັບອົງການຫ້ອງວ່າການ ກະຊວງປ້ອງກັນປະເທດເຂົ້າ ຮ່ວມ. ການເປີດຂະບວນການແຂ່ງ ຂັນກີລາມວນຊົນຂອງຫ້ອງວ່າ ການກະຊວງຄັ້ງນີ້, ນອກຈາກ ໄດ້ສ້າງບັນຍາກາດເບີກບານ ມ່ວນຊື່ນເພື່ອຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີແລ້ວ, ຍັງເປັນ ການສ້າງຄວາມສາມັກຄີພາຍ ໃນ, ສ້າງສັນມິດຕະພາບຄວາມ ຮັກແພງເຊິ່ງກັນ ແລະ ກັນ ລະ ຫວ່າງພະນັກງານ-ນັກຮົບ ບັນ ດາອົງການ, ກົມກອງ, ບໍລິສັດ ຕ່າງໆ, ນອກນັ້ນຍັງເປັນການປູ ພື້ນຖານໃນການເລືອກເຟັ້ນສັນ ຫາຕົວນັກກີລາ ທີ່ຈະເຂົ້າຮ່ວມ ແຂ່ງຂັນກີລາໃນທົ່ວກອງທັບ ຂໍ່ານັບຮັບຕ້ອນ 70 ປີ ກອງທັບ ໄລຍະຕໍ່ໄປ. ປະເພດກີລາທີ່ນຳເຂົ້າແຂ່ງຂັນ ປະກອບມີ 4 ປະເພດຄື: ເປຕັງ ຊາຍ ແລະ ຍິງ, ບານສົ່ງຊາຍ, ປິງປ່ອງຄູ່ ແລະ ດ່ຽວ, ດຶງເຊືອກ ຍິງ+ຊາຍ, ເຊິ່ງການແຂ່ງຂັນ ແມ່ນເລີ່ມແຕ່ວັນທີ 16-23 ພະ ຈິກ 2018 ຈຶ່ງສຳເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ