
ກອງພົນທີ 1 ສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2024-08-01 11:41:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1282 | ຄວາມນິຍົມ:
ຜ່ານການລົງເຄື່ອນໄຫວກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ, ກອງວັດທະນະທໍາ-ນະຮົບວັດທະນະທໍາ, ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ຂອງອະນຸກໍາມະການ ກອງພົນທີ 1 ນັບແຕ່ທ້າຍເດືອນເມສາ 2024, ເຊິ່ງນໍາໂດຍ ສະຫາຍ ພັນໂທ ບຸນເລີດ ຄໍາໂພໄຊ ຮອງເລຂາຄະນະພັກຮາກຖານ,ຮອງຫົວໜ້າຫ້ອງການເມືອງ,ມາຮອດທ້າຍເດືອນມິຖຸນາ 2024 ແມ່ນໄດ້ສໍາເລັດ ແລະ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນສໍາເລັດຂະບວນການດັ່ງກ່າວໃນວັນທີ 31 ກໍລະກົດ 2024,ໂດຍເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກ,ຫົວໜ້າການເມືອງກອງພົນທີ1 ພ້ອມດ້ວຍຄະນະ ແລະ ອະນຸກໍາມະການ.
ໂດຍປະຕິບັດຕາມຄໍາສັ່ງແນະນໍາຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ບົດແນະນໍາຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເພີ່ມທະວີການນໍາພາກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ ແລະ ວ່າດ້ວຍການກວດກາ, ປຸກລະດົມຊຸກຍູ້ຂະບວນການກໍ່ສ້າງ ກອງ 3 ປອດ, ກອງວັດທະນະທໍາ - ນັກຮົບວັດທະນະທໍາ, ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ແລະ ຂະບວນການອື່ນໆໄປພ້ອມໆກັນ ເພື່ອປຸກລະດົມຊຸກຍູ້-ສົ່ງເສີມ ແລະ ກວດກາການນໍາພາ-ຊີ້ນໍາ, ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງບັນດາ ຄະນະພັກຮາກຖານ ແລະ ໜ່ວຍພັກ ປະຈໍາປີ 2023 - 2024 ແລະ ວາງທິດທາງແຜນການ 2024 – 2025 ໃນທົ່ວຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກກອງພົນທີ 1 ໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງ. ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບລາຍງານໂດຍຫຍໍ້ບັນດາຂະບວນການຕ່າງໆ ຈາກອະນຸກໍາມະການທີ່ກ່ຽວຂ້ອງ; ຜ່ານການລົງກວດກາຕົວຈິງ ເຫັນວ່າບັນດາຫົວໜ່ວຍກົມກອງບົນພື້ນຖານໄດ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການເຄື່ອນໄຫວຈັດຕັ້ງປະຕິບັດຕາມເນື້ອໃນ, ວິທີການ, ຂັ້ນຕອນ; ໂດຍເລີ່ມຈາກບຸກຄົນ ແລະ ລວມໝູ່, ຫຼັງຈາກນັ້ນຈຶ່ງໄດ້ສະຫຼຸບຕີລາຄາຈັດແບ່ງປະເພດຄຸນນະພາບ ຂອງແຕ່ລະຂະບວນການ. ດ້ວຍຄວາມເອົາໃຈໃສ່ຊີ້ນໍາຂອງຄະນະພັກກອງພົນ, ສົມທົບກັບຄວາມເປັນເຈົ້າການຂອງອະນຸກໍາມະການ ເຮັດໃຫ້ວຽກງານກວດກາຂະບວນການຕ່າງໆໃນທົ່ວກອງພົນ ສໍາເລັດຕາມກໍານົດເວລາທີ່ຂັ້ນເທິງໄດ້ກໍານົດ. ໃນກອງປະຊຸມ ຄະນະພັກ-ຄະນະບັນຊາກອງພົນ ກໍໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາເຊິ່ງມີເນື້ອໃນລະອຽດເລິກເຊິ່ງຕໍ່ກັບບົດສະຫຼຸບຂະບວນການຕ່າງໆ.
ໂອກາດນີ້, ສະຫາຍ ປະທານກອງປະຊຸມ ໄດ້ກ່າວຊີ້ນໍາໃຫ້ອະນຸກໍາມະການບັນດາຂະບວນການຕ່າງໆຮວບຮວມຂໍ້ມູນຕົວຈິງໃຫ້ຫັດກຸມ, ຖືກຕ້ອງ, ຊັດເຈນ ໂດຍຜ່ານການຈັດຕັ້ງທີ່ກ່ຽວຂ້ອງ ແລ້ວນໍາສະເໜີລາຍງານຂັ້ນເທິງເພື່ອຄົ້ນຄ້ວາພິຈາລະນາຕາມລະບຽບຫຼັກການ, ມາດມຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ ເພື່ອຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ, ກອງວັດທະນະທໍາ-ນັກຮົບວັດທະນະທໍາ; ຊາວໜຸ່ມ 4 ບຸກ ແລະ ແມ່ຍິງ 3 ດີ ສະໄໝຕໍ່ໄປ.
ໂດຍ: ໂກຮັງ ພັນທະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ