ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ກອງຮ້ອຍ​ຊ່າງ​ແສງ ກອງພັນ​ໃຫຍ່ 11 ເປັນ​ເຈົ້າ​ການ​ປະກອບສ່ວນ​ເຂົ້າ​ຮ່ວມ​ ບັ້ນ​ຊ້ອມ​ຮົບ​ຮ່ວມ ລາວ-ຈີນ
ເວລາອອກຂ່າວ: 2024-07-23 10:01:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 545 | ຄວາມນິຍົມ:



ສະຫາຍ ພັນ​ຕີ ພອນ​ຄຳ ໄຊ​ຍະ​ທຸມມາ ຫົວໜ້າ​ການ​ທະຫານ ກອງຮ້ອຍ​ຊ່າງ​ແສງ ກອງພັນ​ໃຫຍ່ 11 ທັງ​ເປັນ​ຫົວໜ້າ​ໝວດ​ຊ່າງ​ແສງ ພາກ​ສະໜາມ ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ​ໜັງສືພິມ​ກອງທັບ ວ່າ: ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ​ຈາກ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໃຫ້​ເຂົ້າ​ຮ່ວມ​ບັ້ນ​ຊ້ອມ​ຮົບ​ຮ່ວມ ລາວ-ຈີນ "ໂລ້​ກຳ​ບັງ​ມິດຕະພາບ-2024", ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່ 11 ໄດ້​ຈັດ​ກອງ​ປະຊຸມ​ເຜີຍແຜ່​ບັນດາ​ມະຕິ, ຄຳ​ສັ່ງ​ດັ່ງກ່າວ ລົງ​ສູ່​ກົມ​ກອງ​ຮາກ​ຖານ, ມອບ​ໝາຍ​ໃຫ້​ແຕ່​ລະ​ພາກສ່ວນ​ຮັບຜິດຊອບ​ໂດຍ​ກົງ. ສຳລັບ​ກອງຮ້ອຍ​ຊ່າງ​ແສງ ກໍ​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ເຂົ້າ​ຮ່ວມ​ບັ້ນ​ຊ້ອມ​ຮົບ​ດັ່ງກ່າວ, ຫຼັງ​ຈາກ​ໄດ້​ຮັບ​ມອບ​ໝາຍ​ໜ້າທີ່ ພວກ​ເຮົາ​ກໍ​ໄດ້​ເປັນ​ເຈົ້າ​ການ​ກະກຽມ​ຈຳນວນ​ພົນ, ກະກຽມ​ພາຫະນະ-ອາວຸດ ແລະ ອຸປະກອນ​ຮັບ​ໃຊ້​ອັນ​ຈຳເປັນ​ພື້ນຖານ ເຂົ້າ​ຢຶດ​ສະໜາມ ນັບ​ແຕ່​ວັນ​ທີ 22 ມິຖຸນາ 2024. ພາຍຫຼັງ​ເຂົ້າ​ຢຶດ​ສະໜາມ ກໍ​ໄດ້​ແບ່ງ​ວຽກ​ໃຫ້​ແຕ່​ລະ​ສະຫາຍ​ຮັບຜິດຊອບ​ໃນ​ການ​ກໍ່ສ້າງ​ສະໜາມ ເຊັ່ນ: ກໍ່ສ້າງ​ສະຖານທີ່​ພັກ​ເຊົາ, ເຮືອນນອນ, ເຮືອນຄົວ​ລວມ, ສຳນັກ​ອົງການ, ກົມ​ກອງ, ເຮັດ​ຫ້ອງ​ນໍ້າ, ຕິດ​ຕັ້ງ​ໄຟຟ້າ, ນໍ້າ​ປະປາ, ແປງ​ທາງ​ເຂົ້າ-ອອກ ລວມ​ທັງ​ປັບປຸງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ອື່ນໆ ທີ່​ຈຳເປັນ, ໄດ້​ນຳ​ໃຊ້​ລົດ​ແມັກ​ໂຄ​ ສ້ອມແປງ​ເສັ້ນທາງ​ເຂົ້າ​ສະໜາມ​ຫັດ​ແອບ ໃຫ້​ເຂົ້າ​ເຖິງ​ໄດ້​ສະດວກ​ສະບາຍ ໃນ​ແຕ່​ລະ​ຈຸດ​ເຝິກຊ້ອມ, ສ່ວນ​ວຽກ​ງານ​ຮັບປະກັນ​ການ​ເຝິກຊ້ອມ ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່ 11 ໄດ້​ສົມທົບ​ກັບ​ກອງຮ້ອຍ​ຊ່າງ​ແສງ​ພວກ​ເຮົາ ລົງ​ຊຸກຍູ້, ຊີ້​ນຳ-ນຳພາ ສຶກ​ສາ​ອົບຮົມ​ພະນັກງານ-ນັກຮົບ ໃນ​ກຳລັງ​ຊ່າງ​ແສງ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດານ​ການເມືອງ​ແນວ​ຄິດ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ວິຊາ​ສະເພາະ​ຂອງ​ຕົນ, ເຊີດ​ຊູ​ສະຕິ​ເປັນ​ເຈົ້າ​ຕົນ​ເອງ ພ້ອມ​ກັນ​ສູ້​ຊົນ​ຜ່ານ​ຜ່າ ເຮັດ​ສຳເລັດ​ໜ້າທີ່​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ. ໃນ​ການ​ຫັດ​ແອບ​ເຝິກຊ້ອມ ກອງຮ້ອຍ​ຊ່າງ​ແສງ ໄດ້​ຈັດ​ແບ່ງ​ກຳລັງ​ອອກ​ເປັນ 4 ໝູ່ ຄື: ໝູ່​ເປີດ​ສົ່ງ​ໝາກ​ຝ່າ​ບິນ​ທິດ​ຈຸດ​ໜັກ, ໝູ່​ເປີດ​ໝາກ​ຝ່າ​ບິນ​ທິດ​ຈຸດ​ສຳຄັນ, ໝູ່​ເປີດ​ຄັງ​ໄຂ​ທິດ​ຈຸດ​ໜັກ ແລະ ໝູ່​ເປີດ​ຄັງ​ໄຂ​ທິດ​ສຳຄັນ ເຊິ່ງ​ໃນ​ແຕ່​ລະ​ໝູ່ ລ້ວນ​ແລ້ວແຕ່​ໄດ້​ມີ​ການ​ວາງ​ແຜນການ​ຢ່າງ​ຄັກແນ່, ແບ່ງປັນ, ມອບ​ໝາຍ​ໜ້າທີ່ ໃຫ້​ບຸກຄົນ​ຮັບຜິດຊອບ​ຢ່າງ​ລະອຽດ. ຜ່ານ​ການຈັດຕັ້ງ​ຫັດ​ແອບ ແລະ ປະຕິບັດ​ເຝິກຊ້ອມ​ຕົວ​ຈິງ ເຫັນ​ວ່າ: ກອງຮ້ອຍ​ຊ່າງ​ແສງ​ພວກ​ເຮົາ ສາມາດ​ເຮັດ​ລ້ອນ​ໜ້າທີ່​ຂອງ​ຕົນ ນັບ​ແຕ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ບ່ອນ​ພັກ​ເຊົາ, ການ​ກໍ່ສ້າງ​ພາກ​ສະໜາມ​ຊ້ອມ​ຮົບ ຕະຫຼອດ​ຮອດ​ການ​ລົງ​ພາກ​ປະຕິບັດ​ຕົວ​ຈິງຢູ່​ໜ້າ​ສະໜາມພວກ​ເຮົາ​ໄດ້​ທຸ້ມເທ​ເຫື່ອແຮງ, ສະຕິ​ປັນຍາ, ບົດຮຽນ, ປະສົບ​ການ​ຕົວ​ຈິງ​ທີ່​ມີ ປະກອບສ່ວນ​ເຂົ້າ​ໃນ​ການ​ຊ້ອມ​ຮົບ ເຮັດ​ໃຫ້​ບັ້ນ​ຊ້ອມ​ຮົບ​ຮ່ວມ ລາວ-ຈີນ "ໂລ້​ກຳ​ບັງ​ດຕະພາບ-2024" ໄດ້​ຮັບ​ໝາກຜົນ​ຢ່າງ​ຈົບງາມ. ໂດຍ: ສົມ​ຄິດ ພູມ​ມີ​ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ