ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ມອບ​ເຄື່ອງ​ຊຸກຍູ້ ຄະນະ​ຊີ້​ນຳ​ພາກສ່ວນ​ ຮັບປະກັນ​ວຽກ​ງານ​ເຕັກນິກ ໃນ​ບັ້ນ​ຊ້ອມ​ຮົບ​ຮ່ວມ ລາວ-ຈີນ
ເວລາອອກຂ່າວ: 2024-07-23 10:00:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 486 | ຄວາມນິຍົມ:



ວັນ​ທີ 12 ກໍລະກົດ 2024 ນີ້, ອົງ​ການຈັດຕັ້ງ​ມະຫາຊົນກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ນຳ​ເອົາ​ເຄື່ອງ​ອຸປະໂພກ-ບໍລິໂພກ ໄປ​ມອບ​ໃຫ້​ຄະນະ​ຊີ້​ນຳ​ພາກສ່ວນ​ຮັບປະກັນ​ວຽກ​ງານ​ເຕັກນິກ ແລະ ພະນັກງານ-ວິຊາ​ການທີ່​ກຳລັງ​ປະຕິບັດ​ໜ້າທີ່ ຮັບປະກັນ​ວຽກ​ງານ​ເຕັກນິກ ໃຫ້​ແກ່​ການ​ຊ້ອມ​ຮົບ​ຮ່ວມ ລາວ-ຈີນ “ໂລ​ກຳ​ບັງ​ມິດຕະພາບ-2024”, ໂດຍ​ການ​ນຳພາ​ຂອງ​ ສະຫາຍ ພັນ​ເອກ ລຽນ​ວິໄລ ພັນ​ທອງຄຳ ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ, ກ່າວ​ຮັບ​ໂດຍ​ຂອງ​ ສະຫາຍ ພັນ​ເອກ ວິນ​ທອງ ໄຊ​ຍະ​ວົງ ຮອງ​ຫົວໜ້າ ກົມ​ເສນາ​ເຕັກນິກ ກົມ​ໃຫຍ່​ເຕັກນິກ​ກອງທັບ, ຄະນະ​ຊີ້​ນຳ​ວຽກ​ງານ​ຮັບປະກັນ​ເຕັກນິກ​ພາກ​ສະໜາມ ພ້ອມ​ດ້ວຍ​ຄະນະ ແລະ ມີ​ສະຫາຍ ພົນ​ຈັດຕະວາ ຈອມ​ເພັດ ໄຊ​ຍະ​ສຸກ ຮອງ​ຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ວິນ​ທອງ ໄຊ​ຍະ​ວົງ ໄດ້​ກ່າວ​ວ່າ: ການ​ປະກອບສ່ວນ ເຮັດ​ວຽກ​ງານ​ຮັບປະກັນ​ເຕັກນິກ ໃຫ້​ແກ່​ການ​ຊ້ອມ​ຮົບ​ຮ່ວມ ລາວ-ຈີນ ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ເພື່ອ​ຮັບປະກັນ​ດ້ານ​ວຽກ​ງານ​ເຕັກນິກ ໃຫ້​ແຕ່​ລະ​ກົມ​ກອງ ເຊິ່ງ​ມີ​ທັງ​ຂໍ້​ສະດວກ ແລະ ຂໍ້​ຍຸ້ງ​ຍາກ​ຫຼາຍ​ດ້ານ ແຕ່​ກຳລັງ​ເຕັກນິກ​ຂອງ​ພວກ​ເຮົາ​ກໍ​ສາມາດ​ຜ່ານ​ຜ່າ​ໄປ​ດ້ວຍ​ດີ, ແຕ່​ລະ​ພາກສ່ວນ​ໄດ້​ເອົາໃຈໃສ່ສຸມ​ສະຕິ​ປັນຍາ, ເຫື່ອແຮງ ທັງ​ກາງເວັນ ແລະ ກາງຄືນ ເຮັດ​ວຽກ​ງານ​ຮັບປະກັນ​ເຕັກນິກ ເພື່ອ​ເຮັດ​ໃຫ້ການ​ຊ້ອມ​ຮົບ​ຮ່ວມ ລາວ-ຈີນ ຄັ້ງ​ນີ້ ສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ສຳລັບ​ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ມີ​ນໍ້າດື່ມ 20 ແພັກ, ປ໋ອງ​ປາ 8 ແພັກ, ກາເຟ 15 ຖົງ, ໝີ່​ສຳເລັດ​ຮູບ 10 ແກັດ, ຢາສູບ 80 ຊອງ ລວມ​ມູນ​ຄ່າ ທັງ​ໝົດ 6.570.000 ກີບ. ໂອກາດ​ດຽວ​ກັນ​ນີ້, ສະຫາຍ ພັນ​ໂທ ແສງ​ດາ​ວັນ ສີ​ຊາ​ນົນ ຫົວໜ້າ​ອຳນວຍ​ການ ໂຮງງານ​ເກີບ​ທັນວາ​ກອງທັບ ຍັງ​ໄດ້​ປະກອບສ່ວນ​ຊຸກຍູ້ ເສື້ອ​ຊ້ອນ​ທະຫານ ຈຳນວນ 50 ຜືນ ລວມ​ມູນ​ຄ່າ 5.000.000 ກີບ. ໂດຍ: ຄຳ​ສອນ ພົມ​ໄຊ​ຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ