ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກອງຮ້ອຍ 202 ສຳເລັດ​ກອງ​ປະຊຸມ​ໃຫຍ່​ ໜ່ວຍ​ພັກ ຄັ້ງ​ທີ VIII
ເວລາອອກຂ່າວ: 2024-07-23 09:56:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 401 | ຄວາມນິຍົມ:



ໃນ​ວັນ​ທີ 17 ກໍລະກົດ 2024 ນີ້, ກອງຮ້ອຍ 202 ເປີດ​ກອງ​ປະຊຸມ​ໃຫຍ່​​ໜ່່ວຍ​ພັກ ຄັ້ງ​ທີ VIII, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພົນ​ຈັດຕະວາ ເພັດ​ສະຫວ່າງ ຫຼ້າ​ວົງ​ຄຳ ກຳມະການ​ຄະນະ​ພັກ​ອົງການ​ກົມ​ໃຫຍ່, ຫົວໜ້າ​ກົມ​ໂຮງຮຽນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງຮ້ອຍ​ພ້ອມ​ດ້ວຍ​ສະມາຊິກ​ພັກ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ທະວີ ຈັນທະ​ວົງ ເລຂາ​ໜ່ວຍ​ພັກ, ຫົວໜ້າ​ການ​ທະຫານ ກອງຮ້ອຍ 202 ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ​ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ບົດບາດ​ສິດ​ໜ້າທີ່​ການ​ນຳພາ​ຂອງ​ຄະນະ​ພັກ​ໂດຍ​ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ​ວາງ​ອອກ ໃນ​ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ຄະນະ​ພັກ-ຄະນະ​ບັນຊາ ໄດ້​ຖື​ເອົາ​ວຽກ​ງານ​ການ​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ-ແນວ​ຄິດ​ເປັນ​ກົກ, ເຮັດ​ໃຫ້​ພະນັກງານ-ສະມາຊິກ​ພັກ-ນັກຮົບ​ມີ​ແນວ​ຄິດ​ຫຼັກ​ໝັ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ​ວາງ​ອອກ​ເປັນ​ຢ່າງ​ດີ, ໄປ​ຄຽງ​ຄູ່​ກັບ​ການ​ນຳ​ເອົາ​ເອກະສານ​ມາ​ຈັດ​ຕັ້ງ​ເຊື່ອມ​ຊຶມ ເຮັດ​ໃຫ້​ພະນັກງານ-ສະມາຊິກ​ພັກ ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ ພ້ອມ​ນັ້ນ, ຍັງ​ໄດ້​ຈັດ​ຕັ້ງ​ອົບຮົມ​ຫັດ​ແອບ​ປະຈຳ​ປີ ເປັນຕົ້ນ​ແມ່ນ​ຫັດ​ແອບ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ເພື່ອ​ເຝິກຝົນ​ກຳລັງ​ແຮງ​ກາຍ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ທົນ​ທານ ແລະ ມີ​ຄວາມ​ຄ່ອງ​ແຄ້ວ​ໃນ​ການ​ເຮັດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ກົມ​ກອງ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ 100%, ດ້ານ​ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ແມ່ນ​ໄດ້​ຖື​ເອົາ​ການ​ປູກ-ການ​ລ້ຽງ​ເປັນ​ຫຼັກ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ. ໃນ​ໂອກາດ​ດັ່ງກ່າວ, ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ​ຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ເຮັດ​ໃຫ້​ບົດ​ລາຍ​ງານ​ດັ່ງກ່າວ​ມີ​ເນື້ອ​ໃນ​ອຸດົມສົມບູນ​ຂຶ້ນ​ຕື່ມ, ພ້ອມ​ນັ້ນ​ບັນດາ​ສະມາຊິກ​ພັກ​ໄດ້​ໃຊ້​ສິດ​ປະຊາທິປະໄຕ​ຂອງ​ຕົນ​ປ່ອນ​ບັດ​ຄັດ​ເລື່ອກ​ເອົາ​ຄະນະ​ພັກ​ຊຸດ​ໃໝ່​ໄດ້​ຕາມ​ລະດັບ​ຄາດໝາຍ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ