
ກອງປະຊຸມ ຜູ້ແທນຊາວໜຸ່ມ ຄັ້ງທີ IV ທົ່ວ ວປກ
ເວລາອອກຂ່າວ: 2024-07-23 09:55:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 400 | ຄວາມນິຍົມ:
ກອງປະຊຸມຜູ້ແທນຊາວໜຸ່ມ ຄັ້ງທີ IV ທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດຂຶ້ນໃນ ວັນທີ 11 ກໍລະກົດ 2024 ທີ່ຜ່ານມາ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຮສ ປອ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ, ມີ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີຄະນະພັກ-ຄະນະບັນຊາ, ຕະຫຼອດຮອດຜູ້ແທນຊ່າວໜຸ່ມ ທົ່ວ ວປກ ເຂົ້າຮ່ວມ.
ສະຫາຍ ພັນຕີ ທອງລິດ ທອງມາວັນ ຫົວໜ້າພະແນກຊາວໜຸ່ມ ວປກ ໄດ້ຜ່ານບົດລາຍງາຍການເມືອງທັງສອງພາກ ໃນຕະຫຼອດໄລຍະ 5 ປີຜ່ານມາ ພະແນກຊາວໜຸ່ມ ວປກ ໄດ້ເອົາໃຈໃສ່ວຽກງານການສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມ, ວຽກງານກໍ່ສ້າງພັກ-ພະນັກງານຊາວໜຸ່ມ, ວຽກງານນະໂຍບາຍ-ຍ້ອງຍໍ, ວຽກງານປົກປ້ອງສິດຜົນປະໂຫຍດຂອງຊຸ່ມໜຸ່ມ ແລະ ການສົ່ງເສີມຄວາມກ່າວໜ້າຂອງຊາວໜຸ່ມຍິງ-ຊາຍ, ການເສີມຂະຫຍາຍຄວາມສະເໝີພາບ ຍິງ-ຊາຍ, ວຽກງານພັດທະນາຊິວິດການເປັນຢູ່ເພື່ອແກ້ໄຂຄວາມທຸກຍາກໃຫ້ແກ່ຊາວໜຸ່ມ ແລະ ຄອບຄົວ, ການປະຕິວັດຂໍ້ແຂ່ງຂັນ 4 ບຸກ, ວຽກງານກອງທຶນ, ວຽກງານປຸກລະດົມຊາວໜຸ່ມເຂົ້າຮ່ວມພະລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ວຽກງານກວດກາ, ວຽກງານການພົວພັນຕ່າງປະເທດ. ໂຄງປະກອບການຈັດຕັ້ງຊາວໜຸ່ມ ວປກ ມີ 1 ພະແນກ, ມີ 3 ຄະນະບໍລິຫານງານ, ມີ 11 ໜ່ວຍຊາວໜຸ່ມ ແລະ ມີ 9 ຈຸເອກະລາດ, ມີສະມາຊິກຊາວໜຸ່ມ ທັງໝົດ 759 ສະຫາຍ, ຍິງ 172 ສະຫາຍ. ເອົາໃຈໃສ່ແກ້ໄຂວຽກງານນະໂຍບາຍຊ່ວຍເຫຼືອສະມາຊິກຊາວໜຸ່ມເຈັບເປັນເຂົ້າໂຮງໝໍ, ເກີດລູກ ແລະ ເສຍຊິວິດເປັນປົກກະຕິ ແລະ ປຸກລະດົມບໍລິຈາກເລືອດ. ນອກຈາກນັ້ນ, ສະມາຊິກຊາວໜຸ່ມແຕ່ລະສະຫາຍຍັງໄດ້ສ້າງເສດຖະກິດແກ້ໄຂຊິວິດການເປັນຕາມເງື່ອນໄຂຕົວຈິງຂອງໃຜລາວ ເປັນຕົ້ນການປູກຝັງ ແລະ ລ້ຽງສັດ. ສ້າງລາຍຮັບໄດ້ຈຳນວນ 16.849.000 ກີບ. ວຽກງານກອງທຶນ ມີເງິນຝາກ 112.740.000 ກີບ ແລະ ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຊາວໜຸ່ມ ວປກ ມີເງິນຝາກ 327.895.000 ກີບ ໃນນີ້, ຖືເອົາເນື້ອໃນຂໍ້ແຂ່ງຂັນ 4 ບຸກເປັນທິດທາງວັດແທກໃນການພັດທະນາຊາວໜຸ່ມແຕ່ລະຂັ້ນ, ແຕ່ລະອົງການ, ກົມກອງ ໂດຍຕິດພັນກັບການກໍ່ສ້າງສະມາຊິກຊາວໜຸ່ມ ແລະ ໜ່ວຍຊາວໜຸ່ມນຳໜ້າ 4 ບຸກຢ່າງຮອດດ້ານ, ສາມາດຍາດໄດ້ຄະນະບໍລິຫານງານ 4 ບຸກ 3 ຄະນະ, ໜ່ວຍ 4 ບຸກມີ 20 ໜ່ວຍ. ກອງປະຊຸມໄດ້ຜັດປ່ຽນກັນສັງເກດຕີລາຄາດ້ານດີ, ດ້ານອ່ອນໃສ່ແຜນພັດທະນາ ໄລຍະ 5 ປີຕໍ່ໜ້າໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ.
ໂດຍ: ເຂັງພອນ ແກ້ວຄຳລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ