
ພະແນກສະຫະພັນແມ່ຍິງ ກມທ ປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ
ເວລາອອກຂ່າວ: 2024-07-23 09:54:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 494 | ຄວາມນິຍົມ:
ວັນທີ 18 ກໍລະກົດ 2024 ນີ້, ພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ(ກມທ) ໄດ້ປາຖະກະຖາມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024), ໂດຍການເປັນປະທານ ແລະ ປາຖະ ກະຖາຂອງສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ,
ມີຄະນະພັກ-ຄະນະບັນຊາ, ຄະນະນຳສະຫະພັນແມ່ຍິງ ບັນດາກົມ, ກອງ, ຫ້ອງການ ແລະ ສະມາຊິກສະຫະພັນແມ່ຍິງທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີສະໝັກຫຼິ້ນຈາກໜ່ວຍສະຫະພັນແມ່ຍິງສູນ 790 ແລະ ການຖາມ-ຕອບຄວາມຮູ້ຮອບຕົວ ດ້ວຍບັນ
ຍາກາດຟົດຟຶ້ນ ແລະ ມ່ວນຊື່ນ.
ຈາກນັ້ນ, ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ໄດ້ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນ ຂອງອົງການຈັດຕັ້ງສະຫະພັນແມ່ຍີງລາວ ຕະຫຼອດໄລຍະ 69 ປີຜ່ານມາ. ທັງນີ້, ກໍເພື່ອເປັນການສຶກສາອົບຮົມ ໃຫ້ສະມາຊິກສະຫະພັນແມ່ຍິງ ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມໝາຍຄວາມສຳຄັນ ຂອງວັນດັ່ງກ່າວ, ເພຶ່ອສຶກສາອົບຮົມ ໃຫ້ພະນັກງານທັງຍິງ-ຊາຍ ຮຸ່ນສືບທອດ ໄດ້ຮັບຮູ້ປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະ ເປັນບ່ອນອີງໃຫ້ແກ່ຄວາມສະເໝີພາບໃນການດຳລົງຊີວິດ ລະຫວ່າງ ຍິງ-ຊາຍ ຢູ່ໃນຄອບຄົວ ແລະ ສັງຄົມ, ເພື່ອຫຼີກເວັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນທຸກຮູບແບບ.
ໂອກາດນີ້, ສະຫາຍຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈ ຂອງການປາຖະກະຖາຄັ້ງນີ້ ໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນ ແລະ ໜ້າທີ່ວຽກງານຕົວຈິງຂອງກົມກອງຢ່າງປະດິດສ້າງໃຫ້ໄດ້ຮັບໝາກຜົນ ເພື່ອສ້າງກົມກອງຂອງຕົນ ໃຫ້ມີບາດກ້າວຫັນປ່ຽນອັນໃໝ່, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດທີ່ດີ, ຕ້ານທຸກລັກສະນະແນວຄິດບໍ່ດີໃນທຸກຮູບແບບທີ່ີເປັນການລະເມີດສິດສະເໝີພາບລະຫວ່າງ ຍິງ-ຊາຍ, ຕັ້ງໜ້າສຶກສາອົບຮົມສະມາຊິກສະຫະພັນແມ່ຍິງໃນກົມກອງຂອງຕົນ ໃຫ້ເປັນເຈົ້າການສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງເປັນແບບຢ່າງແກ່ມະຫາຊົນ ທາງດ້ານຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ສາມັກຄີກັບປະຊາຊົນບັນດາເຜົ່າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານຕ່າງໆ ຂອງກົມກອງ, ເພື່ອເປັນການຍົກສູງບົດບາດ ຂອງແມ່ຍິງຕໍ່ໜ້າທີ່ການເມືອງ ຂອງກົມກອງ ໃຫ້ສູງຂຶ້ນກວ່າເກົ່າ.
ໂດຍ: ຄຳປ໋ອກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ