
ປິດຊຸດເຝິກອົບຮົມວິຊາສະເພາະ ໃຫ້ພະນັກງານກົມນະໂຍບາຍ ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2024-07-23 09:53:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 450 | ຄວາມນິຍົມ:
ວັນທີ 10 ກໍລະກົດ 2024 ທີ່ຜ່ານມາ, ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຈັດພິທີປິດຊຸດເຝິກອົບຮົມວິຊາສະເພາະໃຫ້ພະນັກງານກົມນະໂຍບາຍກອງທັບປະຊາຊົນລາວ ປະຈຳປີ 2024, ໂດຍການເປັນປະທານຂອງ ສະຫາຍ
ພັນເອກ ຮວ່າງ ຕວນ ຮຽນຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ມີສະຫາຍ ພັນເອກ ຈັນທອນ ພັນທອງສອນ
ຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ສະຫາຍ ພັນເອກ ຮວ່າງ ຕວນ ຮຽນ ມີຄຳເຫັນໃນພິທີປິດຊຸດອົບຮົມວ່າ: ເຖິງວ່າເວລາເຝິກອົບຮົມຈະສັ້ນ, ແຕ່ເນື້ອໃນການເຝິກອົບຮົມ ແລະ ຈຳນວນຂໍ້ມູນທີ່ຕ້ອງແລກປ່ຽນແມ່ນຫຼາຍ, ແຕ່ພະນັກງານ, ຄູ-ອາຈານ, ເລືອກເຟັ້ນວິທີການທີ່ແທດເໝາະ ເພື່ອໃຫ້ກຳໄດ້ເນື້ອໃນ ແລະ ແຜນງານໄດ້ສຳເລັດຕາມແຜນການກຳນົດໄວ້, ພະນັກງານກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ກໍໄດ້ເອົາໃຈໃສ່ ສຶກສາຄົ້ນຄວ້າ ແລກປ່ຽນແລກບາງບົດຮຽນກ່ຽວກັບວຽກງານນະໂຍບາຍ ແບບກົງໄປກົງມາ ສັງລວມແລ້ວ ການອົບຮົມໃນຄັ້ງນີ້
ມີບັນຍາກາດຟົດຟື້ນ ແລະ ບັນລຸໄດ້ຕາມເປົ້າໝາຍ. ນອກນັ້ນ, ຄະນະເຝິກອົບຮົມຍັງໄດ້ໄປຢ້ຽມຢາມແລກປ່ຽນກັບບັນດາກົມກອງ ແລະ ໄປທັດສະນະສຶກສາຢູ່ສະຖານທີ່ສຳຄັນທາງດ້ານປະຫວັດສາດ ແລະ ວັດທະນະທຳຂອງຫວຽດນາມຈຳນວນໜຶ່ງ.
ສະຫາຍ ພັນເອກ ຈັນທອນ ພັນທອງສອນ ຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບປະຊາຊົນລາວຕາງໜ້າຄະນະ ກ່າວສະແດງຄວາມຂອບໃຈຕໍ່ກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອຕະຫຼອດມາ ພ້ອມທັງຈະນຳເອົາບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ ໄປໝູນໃຊ້ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ປະສົບຜົນສຳເລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ