
ຄະນະພັກຮາກຖານ ໂຮງງານມິດຕະພາບລາວ-ຫວຽດນາມ ສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2024-07-23 09:50:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 399 | ຄວາມນິຍົມ:
ໃນຕົ້ນເດືອນກໍລະກົດ 2024, ຄະນະພັກຮາກຖານໂຮງງານມິດຕະພາບ ລາວ-ຫວຽດນາມ ໄດ້ສະຫຼຸບຕີລາຄາການກໍ່ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ
ໜັກແໜ້ນ ປະຈຳປີ 2024, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ, ຮັກສາ
ການ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນໂທ ບຸນໄທ ກອງປັນຍາ ເລຂາຄະນະພັກຮາກຖານ, ຫົວໜ້າໂຮງງານມິດຕະພາບ ລາວ-ຫວຽດນາມ, ມີບັນດາຄະນະກວດກາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງໜັກແໜ້ນ, ຄະນະໜ່ວຍພັກ ຕະຫຼອດຮອດພະນັກງານ-ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ລອນສີ ທຳມະວົງ ຮອງເລຂາຄະນະພັກຮາກຖານໂຮງງານມິດຕະພາບລາວ-ຫວຽດນາມ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024. ໃນໄລຍະຜ່ານມາ ຄະນະພັກຮາກຖານໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນວຽກງານສຳຄັນ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ. ຜ່ານການຈັດຕັ້ງປະຕິບັດໃນບັ້ນດຳເນີນຊີວິດການເມືອງສຳຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ສາມາດຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງມີ 162 ສະຫາຍ, 7 ໜ່ວຍພັກບັນລຸຄະແນນ 100% ນຳສະ ເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບ ຮອງ ແລະ ຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດ ຕໍ່ກັນອີກໜຶ່ງສະໄໝ.
ໂອກາດດຽວກັນນີ້, ສະຫາຍ ພັນເອກ ວຽງທອງ ພັດທະສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານ ຢູ່ ກົມໃຫຍ່ເຕັກ
ນິກກອງທັບ ພັກການເພື່ອກຽມຮັບບຳນານ; ກົມໃຫຍ່ການເມືອງກອງທັບ ຕົກລົງອະນຸມັດໃຫ້ນາຍທະຫານ ຈຳນວນ 3 ສະຫາຍ ຢູ່ໂຮງງານມິດຕະພາບ ລາວ-ຫວຽດນາມພັກການ ກຽມຮັບບຳນານ ຄື: ສະຫາຍ ພັນໂທ ຄຳສົງກາ ສີຫາປັນຍາ ຫົວໜ້າຂະແໜງສ້ອມແປງຊ່ວງລ່າງ, ສະຫາຍ ພອນສະຫວັນ ຫຼ້າ ຫົວໜ້າຂະແໜງສ້ອມແປງມ້າງ-ປະກອບ ແລະ ສະຫາຍ ພັນໂທ ນາງ ວຽງຄອນ ພົມມະຈັນ ຫົວໜ້າຂະແໜງຫຍິບ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ