ຮາກຖານສະຫະພັນແມ່ຍິງ ກອງສິລະປະກອນກອງທັບ ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງສະພັນແມ່ຍິງລາວ
ເວລາອອກຂ່າວ: 2024-07-19 13:00:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1601 | ຄວາມນິຍົມ:
ໃນວັນທີ 19 ກໍລະກົດ 2024 ນີ້, ຮາກຖານສະຫະພັນແມ່ຍິງ ກອງສິລະປະກອນກອງທັບ ໄດ້ສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ, ໂດຍການເປັນປະທານຂອງສະຫາຍ ພັນໂທ ຈັນທີ ບຸດດາແກ້ວ ຫົວໜ້າການເມືອງ ກອງສິລະປະກອນກອງທັບ, ມີຄະນະສະຫະພັນແມ່ຍິງຮາກຖານ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.
ການສ້າງຂະບວນການ ຄັ້ງນີ້, ແມ່ນໄດ້ນໍາພາສະມາຊິກແມ່ຍິງພາຍໃນ ທົ່ວກອງສິລະປະກອນກອງທັບ ເຂົ້າຢ້ຽມຊົມຫໍສະໝຸດຂອງກອງສິລະປະກອນກອງທັບ ພ້ອມທັງ ໄດ້ຈັດກິດຈະກໍາຖາມ-ຕອບຄວາມຮູ້ຮອບຕົວກ່ຽວກັບ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຕື່ມອີກ. ທັງນີ້, ກໍເພື່ອເປັນການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງ ຄົບຮອບ 69 ປີ ໃຫ້ມີບັນຍາກາດ ຟົດຟື້ນມ່ວນຊື່ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ